
ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງການ ເຖິງບັນດາກົມ, ສະຖາບັນ ແລະ ພະແນກພະລັງງານ ແລະ ບໍ່ແຮ່ ຂັ້ນແຂວງ ທີ່ຂື້ນກັບກະຊວງພະລັງ ງານ ແລະ ບໍ່ແຮ່.
ໃຫ້ໂຈະຊົ່ວຄາວການຄົ້ນຄວ້າພິຈາລະນາໂຄງການ ພັດທະນາພະລັງງານລົມ, ແສງຕາເວັນ, ເຂື່ອນນປ້ຳນໍ້າສູບເກັບ (Pumped Storage Power) ແລະ Hydrogen ທີ່ ສະເໜີມາໃນໄລຍະນີ້ ເພື່ອໃຫ້ກົມນະໂຍບາຍ ແລະ ແຜນພະລັງງານ ຮ່າງແຜນແມ່ບົດພະລັງງານໃຫ້ສໍາເລັດກ່ອນ.
