
ເງື່ອນໄຂຂອງຜູ້ທີ່ສາມາດຊື້ພັນທະບັດ: ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຖິ່ນຖານຢູ່ ສປປ ລາວ (ຍົກເວັ້ນທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ) ຜູ້ທີ່ມີເງື່ອນໄຂ ແລະ ມີຄວາມສົນໃຈສາມາດສັ່ງຈອງໃນລະຫວ່າງ ວັນທີ 6-8 ກັນຍາ 2023
ໂດຍສັ່ງຈອງຜ່ານທະນາຄານທຸລະກິດ ທີ່ເປັນຕົວແທນຈຳໜ່າຍ 7 ແຫ່ງ ດັ່ງນີ້:
1. ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL);
2. ທະນາຄານ ພັດທະນາລາວ ຈຳກັດ (LDB);
3. ທະນາຄານ ສົ່ງເສີມກະສິກຳ ຈຳກັດ (APB);
4. ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ (LVB);
5. ທະນາຄານ ຮ່ວມພັດທະນາ (JDB);
6. ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC);
7. ທະນາຄານ ບີໄອຊີ ລາວ ຈຳກັດ (BIC).

