
ເລີ່ມແຕ່ຕົ້ນເດືອນສິງຫາ 2023 ຮອດປັດຈຸບັນ, ໜ່ວຍງານກວດກາ-ຄຸ້ມຄອງປ້າຍຂອງສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຮ່ວມກັບ ຄະນະຄຸ້ມຄອງເຂດເສດຖະກິດພິເສດແຂວງບໍ່ແກ້ວ ໄດ້ພ້ອມກັນເອົາໃຈໃສ່ລົງກວດກາບັນດາປ້າຍທີ່ບໍ່ຖືກຕ້ອງຂອງຜູ້ປະກອບການດຳເນີນທຸລະກິດຕ່າງໆພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ທັງໝົດ 91 ປ້າຍ, ໃນນີ້ມີປ້າຍທີ່ຖືກຕ້ອງຕາມລະບຽບກົດໝາຍ 7 ປ້າຍ, ສ່ວນປ້າຍທີ່ບໍ່ຖືກຕ້ອງຕາມລະບຽບການເຊັ່ນ: ຂະໜາດຕົວໜັງສື, ສະຫຼະພະຍັນຊະນະ, ປ້າຍບໍ່ມີພາສາລາວ, ປ້າຍພິມເປັນພາສາໄທ ແລະ ປ້າຍເນື້ອໃນບໍ່ສອດຄ່ອງກັບໃບທະບຽນວິສາຫະກິດລວມມີ 85 ປ້າຍ.

ປັດຈຸບັນໄດ້ມີຜູ້ປະກອບການຈຳນວນໜຶ່ງທີ່ໄດ້ໃຫ້ການຮ່ວມມືເຂົ້າມາພົວພັນປະກອບເອກະສານຕັ້ງປ້າຍຂອງຕົນໃຫ້ຖືກຕ້ອງລວມ 15 ປ້າຍ. ການລົງກວດກາປ້າຍໂຄສະນາທຸລະກິດຄັ້ງນີ້ ແນໃສ່ເປັນການແນະນຳ, ສຶກສາອົບຮົມ, ຕັກເຕືອນຜູ້ປະກອບການຫັນມາປັບປຸງປ້າຍທຸລະກິດໃຫ້ຖືກຕ້ອງຕາມລະບຽບກົດໝາຍວ່າດ້ວຍປ້າຍເລກທີ 50/ສພຂ ລົງວັນທີ 21 ມິຖຸນາ 2018 ແລະ ນິຕິກຳລຸ່ມກົດໝາຍຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳວາງອອກໃຫ້ມີຄວາມເຂັ້ມງວດ-ຮັດຄຸມ.

ຖ້າຮ້ານໃດຫາກຝ່າຝືນບໍ່ໃຫ້ຄວາມຮ່ວມມື, ເມີນເສີຍ, ບໍ່ມາພົວພັນປັບປຸງປ້າຍຂອງຕົນໃຫ້ຖືກຕ້ອງຕາມລະບຽບການ, ແມ່ນຈະໄດ້ປັບໄໝ, ເລິກຮື້ປ້າຍອອກ, ກ້າວໄປເຖິງການໂຈະການດຳເນີນກິດຈະການຂອງຜູ້ປະກອບການ. ທັງນີ້ກໍ່ເພື່ອເຮັດໃຫ້ພາບຕົວເມືອງຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ມີຄວາມສວຍງາມ, ເປັນລະບຽບຮຽບຮ້ອຍ, ສ້າງສີສັນ ແລະ ເປັນສິ່ງດຶງດູດໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າທ່ອງທ່ຽວເຂດເສດຖະກິດພິເສດສາມຫຼ່ຽມຄຳ ນັບມື້ນັບຫຼາຍຂື້ນເລື້ອຍໆ.