
ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນ ທາງເຖິງສະຫນາມບິນສາກົນ ໂຊກາໂນ ຮັດຕະ (Soekarno Hatta), ນະຄອນ ຫຼວງ ຈາກາກຕາ, ສາທາລະນະລັດ ອິນໂດເນເຊຍ ໃນວັນທີ 4 ກັນຍາ 2023, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆກ່ຽວຂ້ອງ, ເຊິ່ງກອງປະຊຸມຄັ້ງນີ້ ດຳເນີນໄປພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ທີ່ຈະມີຂຶ້ນໃນວັນທີ 4-7 ກັນຍາ 2023, ຕາມຄໍາເຊື້ອເຊີນຂອງ ພະນະທ່ານ ໂຈໂກ ວີໂດໂດ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ໃນຖານະເປັນປະທານອາຊຽນ ປີ 2023.

ກອງປະຊຸມສຸດຍອດອາຊຽນຄັ້ງນີ້, ພະນະທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຈະໄດ້ຮ່ວມກັບຜູ້ນຳ ຂອງປະເທດສະມາຊິກອາຊຽນອື່ນໆ ທົບທວນຄືນການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ການຮ່ວມມືຂອງອາຊຽນກັບພາຍນອກ ແລະ ຈະຮັບຊາບຄວາມຄືບໜ້າຂອງການສ້າງວິໄສທັດປະຊາຄົມອາຊຽນຫຼັງປີ 2025. ພ້ອມນີ້, ທ່ານ ນາຍົກລັດຖະມົນຕີ ກໍ່ຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງອາຊຽນ ກັບບັນດາປະເທດຄູ່ເຈລະຈາ ຄື: ອົດສະຕຣາລີ, ການາດາ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ. ເກົາຫຼີ , ຣັດເຊຍ, ສ. ອາເມຣິກາ ແລະ ສປຊ. ອັນສຳຄັນ, ໃນໂອກາດພິທີປິດຂອງກອງປະຊຸມສຸດຍອດຄັ້ງນີ້, ພະນະທ່ານປະທານາທິບໍດີ ແຫ່ງ ສ. ອິນໂດເນເຊຍ (ໃນນາມປະທານອາຊຽນ ໃນປີ 2023) ຈະໄດ້ມອບການເປັນປະທານອາຊຽນໃຫ້ ພະນະທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ (ໃນນາມປະທານອາຊຽນ ໃນປີ 2024).

ນອກຈາກນີ້, ພະນະທ່ານນາຍົກລັດຖະມົນຕີ ຍັງຈະໄດ້ພົບປະສອງຝ່າຍກັບ ຄູ່ຮ່ວມຕຳແໜ່ງຈາກ ປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ເພື່ອປຶກສາກາລື ກ່ຽວກັບ ການພົບພັນຮ່ວມມືສອງຝ່າຍ ແລະ ຖືໂອກາດເຊື້ອເຊີນບັນດາຜູ້ນຳດັ່ງກ່າວມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານ ໃນປີ 2024.