
ການບໍລິການລົດຮັບ-ສົ່ງ ທີ່ສະໜາມບິນວັດໄຕນະຄອນຫຼວງວຽງຈັນ ໄດ້ຢຸດໃຫ້ບໍລິການໃນເດືອນມີນາ 2020 ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ຄາດວ່າຈະເປີດບໍລິການຄືນໃໝ່ໃນວັນທີ 23 ສິງຫານີ້ ຫຼັງຈາກໄດ້ຢຸດໃຫ້ບໍລິການເປັນເວລາ 3 ປີ.
ໃນວັນທີ 12 ສິງຫາ 2023 ອີງຕາມການແຈ້ງການຈາກເຟສບຸກ ລົດເມນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ການບໍລິການລົດເມຮັບ-ສົ່ງ ສະໜາມບິນວັດໄຕ ໂດຍເຊື່ອມຕໍ່ລະຫວ່າງຄິວລົດເມຕະຫຼາດເຊົ້າ ຫາ ສະໜາມບິນສາກົນວັດໄຕ ມີກຳນົດຈະເປີດໃຫ້ບໍລິການຄືນ ໃນວັນທີ 23 ສິງຫານີ້.
ນັບແຕ່ເດືອນມີນາ 2020 ເປັນຕົ້ນມາ, ການບໍລິການລົດເມໂດຍສານປະຈຳສະໜາມບິນວັດໄຕ ນະຄອນຫຼວງວຽງຈັນ ແລະ ລົດເມໂດຍສານອື່ນໆ ໄດ້ຢຸດໃຫ້ບໍລິການເພື່ອຄວາມປອດໄພຂອງຜູ້ໂດຍສານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.
ການຕັດສິນໃຈເປີດບໍລິການລົດເມຮັບ-ສົ່ງຄືນໃໝ່ ແມ່ນມີຂຶ້ນພາຍຫຼັງການກະກຽມດ້ານເຕັກນິກຕ່າງໆເພື່ອຮັບປະກັນການປະຕິບັດງານທີ່ປອດໄພ ແລະ ມີປະສິດທິຜົນ.
ໂດຍມີຂໍ້ມູນຄືດັ່ງລຸ່ມນີ້:

