ອັດຕາເງິນເຟີ້ ສປປ ລາວ ເດືອນ ກໍລະກົດ 2023 ຫຼຸດລົງຢູ່ທີ່ 27.8% ຫຼຸດຈາກເດືອນ ມິຖຸນາ -0.8%

ສະພາບອັດຕາເງິນເຟີ້ ໃນເດືອນກໍລະກົດ 2023, ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ ແຕ່ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ. ດັດຊະນີ ລາຄາສິນຄ້າໂດຍລວມຂອງເດືອນກໍລະກົດ ຢູ່ໃນລະດັບ 190,15 ເຊິ່ງເພີ່ມຂຶ້ນຈາກ 1975 ໃນເດືອນກໍລະກົດ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນກໍລະກົດນີ້ ຢູ່ໃນລະດັບ 27,8% (ເດືອນ ມິຖຸນາ 2023 ຢູ່ໃນລະດັບ 28,6%). ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມ ບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 37,81%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32,8% ພົ້ນເດັ່ນແມ່ນ, ໝວດ ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,5%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24,7%, ໝວດເຫຼົ້າ ແລະ ຢາສູບ ເພີ່ມ ຂຶ້ນ 21,9%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂື້ນ 20,8%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງ ຫຸງຕົ້ມ ເພີ່ມຂື້ນ 16,8%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 14,0%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 14,5%.

ເມື່ອທຽບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ທຽບກັບເດືອນມິຖຸນາ 2023 ເຫັນວ່າຍັງສືບຕໍ່ ເພີ່ມຂຶ້ນ ເຊິ່ງເພີ່ມຂຶ້ນ 2,3% ໃນນັ້ນໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນຫລາຍກວ່າໝູ່ (5,0%) ພົ້ນເດັ່ນແມ່ນ ການເພີ່ມຂື້ນຂອງ ລາຄາຢາປາລາເຊຕາໂມນທີ່ນຳເຂົ້າ ເພີ່ມຈາກ 6.036 ກີບ/ແຜງ ເປັນ 6.696 ກີບ/ແຜງ (ເພີ່ມຂື້ນ 20%), ຢາອາມົກຊີລິນເມັດເພີ່ມຈາກ 7.103 ກີບ/ແຜງ ມາເປັນ 7.039 ບາດ/ແຜງ, ຢາແກ້ໄອເດັກນ້ອຍ ເພີ່ມຈາກ 16.261 ກີບ/ຂວດ ມາເປັນ 16.766 ກີບ/ຂວດ. ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 4,2% ພົ້ນເດັ່ນ ແມ່ນ ນໍ້າມັນແອັດຊັງທຳມະດາເພີ່ມຂຶ້ນຈາກ 19.553 ກີບ/ລິດ ມາເປັນ 20.660 ກີບ/ລິດ, ນໍ້າມັນກະຊວນ ເພີ່ມຂຶ້ນ ຈາກ 17.039 ກີບ/ລິດ ມາເປັນ 19.900 ກີບ/ລິດ, ຄ່າໂດຍສານພາຍໃນເມືອງ ເພີ່ມຈາກ 6.949 ກີບ/ປີ້ ເປັນ 7.393 ກີບ/ປີ້. ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 4,1% ພົ້ນເດັ່ນແມ່ນ ລາຄາປີ້ງໄກ່ ເພີ່ມຈາກ 25.53າປີ້ງ ມາ ເປັນ 26.449 ກີບ/ປີ້ງ, ເຂົ້າລາດໜ້າ ຈາກ 23.339 ກີບ/ຈານ ມາເປັນ 23.538 ກີບ/ຈານ, ລາຄາ ເຝີ ເພີ່ມຈາກ 24.229 ກີບ/ຖ້ວຍ ມາເປັນ 25.092 ກີບ/ຖ້ວຍ. ໝວດເຄື່ອງນຸ່ງຫົ່ມ ແລະ ເກັບ ເພີ່ມຂຶ້ນ 3,3% ພົ້ນເດັ່ນແມ່ນ ມຸ້ງ ກາງນອນເພີ່ມຈາກ 82.227 ກີບ/ຕາງ ມາເປັນ 87.838 ກີບ/ດາງ, ແຟັບຊັກເຄື່ອງໄທຂະໜາດ 1 ກິໂລ ເພີ່ມຈາກ 17.498 ກີບ/ຖົງ ມາເປັນ 18.520 ກີບ/ຖົງ, ນໍ້າຢາລ້າງຈານ ເພີ່ມຈາກ 18.501 ກີບ/ຖົງ ມາເປັນ 18.989 ກີບ/ຖົງ- ພ້ອມກັນນັ້ນ, ຫລາຍລາຍການສິນຄ້າທີ່ນອນຢູ່ໃນບັນຊີລາຍການຄວບຄຸມລາຄາ ກໍ່ເຫັນວ່າ ໄດ້ມີການປັບຕົວເພີ່ມຂຶ້ນ ເປັນຕົ້ນແມ່ນ ສິນຄ້າປະເພດອາຫານສົດ, ເຄື່ອງກໍ່ສ້າງ ແລະ ຫົວອາຫານສັດ,

ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາຍັງແມ່ນມາຈາກປັດໄຈທີ່ ສປປ ລາວ ເອື້ອຍອີງຈາກການນຳເຂົ້າ ສິນຄ້າຈາກຕ່າງປະເທດ. ດັ່ງນັ້ນ ເມື່ອອັດຕາແລກປ່ຽນສືບຕໍ່ອ່ອນຄ່າເຊັ່ນ ໃນຕົ້ນເດືອນກໍລະກົດທຽບໃສ່ຕົ້ນເດືອນ ມິຖຸນາ ປີ 2023 ເງິນກີບທຽບໃສ່ທັງເງິນບາດ ແລະ ເງິນໂດລາ ອ່ອນຄຳ 4% ແລະ ເມື່ອທຽບກັບໄລຍະດຽວກັນຂອງ ປີຜ່ານມາເງິນກີບທຽບໃສ່ບາດ ແລະ ໂດລາ ອ່ອນຄ່າ 19% ຈິ່ງເຮັດໃຫ້ລາຄາສິນຄ້ານຳເຂົ້າມີການປັບໂຕສູງຂຶ້ນຕາມ ການອ່ອນຄ່າຂອງອັດຕາແລກປ່ຽນ. ພ້ອມກັນນັ້ນ, ການປ່ຽນແປງລາຄາສິນຄ້າຂອງ ສປປ ລາວ ບໍ່ສະເພາະແຕ່ມາຈາກ ການຜ່ອນຂອງອັດຕາແລກປ່ຽນ, ແຕ່ຍັງມາຈາກການເພີ່ມຂຶ້ນຂອງລາຄາສິນຄ້າຢູ່ຕ່າງປະເທດເປັນຕົ້ນແມ່ນລາຄານ້ຳ ມັນທີ່ມີອ່ຽງບໍ່ແນ່ນອນ ແລະ ມີການປັບໂຕເພີ່ມຂຶ້ນຄື: ລາຄານໍ້າມັນຢູ່ຕະຫລາດສາກົນໃນໄລຍະປະຈຸບັນ ທຽບໃສ່ ໄລຍະຕົ້ນເດືອນກໍລະກົດ 2023, ລາຄານໍ້າມັນແອັດຊັ່ງພິເສດ ເພີ່ມຂຶ້ນ 15%, ນ້ຳມັນແອັດຊັງທຳມະດາເພີ່ມຂື້ນ 16% ແລະ ນ້ຳມັນກະຊວນເພີ່ມຂຶ້ນ 14%. ນອກຈາກນັ້ນ, ສັງເກດເຫັນວ່າ ລາຄາສິນຄ້າຢູ່ປະເທດໄທໃນປະຈຸບັນໄດ້ມີການ ປັບຕົວເພີ່ມຂຶ້ນ ເປັນຕົ້ນແມ່ນລາຄານໍ້າມັນ ເຊິ່ງອາດກະທົບຕໍ່ຕົ້ນທຶນການຜະລິດຢູ່ປະເທດໄທເອງ ແລະ ຈະເຮັດໃຫ້ ລາຄາສິນຄ້າທີ່ ສປປ ລາວນຳເຂົ້າຈາກປະເທດໄທມີລາຄາສູງຂຶ້ນ.

ທີ່ມາ: ສູນສະຖິຕິແຫ່ງຊາດ

error: Content is protected !!