
ເນື່ອງຈາກປະເທດລາວເຮົາ ໄດ້ສູນເສຍເນື້ອທີ່ປ່າໄມ້ເປັນຈຳນວນຫຼາຍ ສາເຫດກໍມາຈາກການຕັດໄມ້ທຳລາຍປ່າ ໄຟໄໝ້ປ່າ ແລະ ອື່ນໆ ທີ່ເຮັດໃຫ້ເຮົາສູນເສຍເນື້ອທີ່ປ່າໄມ້ ສະນັ້ນ ທາງລັດຖະບານ ກໍຄືນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງ ສະບັບເລກທີ 11/ນຍ ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ.


