ຂະບວນລົດໄຟ ນະຄອນຫຼວງວຽງຈັນ-ຄຸນໝິງ ແມ່ນໄວຂຶ້ນ 1 ຊົ່ວໂມງ

Laos – China Railway Company Limited ໄດ້ລາຍງານໃນວັນທີ 23 ກໍລະກົດ 2023 ນີ້ວ່າ: ນັບແຕ່ໄດ້ເປີດຂະບວນລົດໄຟຂ້າມແດນໃນວັນທີ 13 ເມສາ ປີນີ້, ພວກເຮົາໄດ້ຮັດແໜ້ນສາຍພົວພັນກັບກົມພາສີ ແລະ ໜ່ວຍງານ ຕມ, ໄດ້ປັບປຸງຂະບວນການກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມວ່ອງໄວຂຶ້ນ ເພື່ອ​ຍົກ​ສູງ​ປະສິດທິພາບ​ການ​ຂົ່ນສົ່ງ​​ ແລະ​ ອຳນວຍຄວາມ​ສະດວກ​ໃນ​ການ​ເດີນທາງ​ໃຫ້ແກ່​ຜູ້​ໂດຍສານຂ້າມແດນ.

ເຊິ່ງນັບແຕ່ວັນທີ 25 ກໍລະກົດ ເປັນຕົ້ນໄປ, ຫາກເດີນທາງຈາກສະຖານີນະຄອນຫຼວງວຽງຈັນ ສປປ ລາວ ຫາ ສະຖານີຄຸນໝິງໃຕ້ ສປ ຈີນ ຈາກທີ່ແຕ່ກ່ອນຮອດເວລາ 19:36 ໂມງ ມາເປັນເວລາ 18:34 ໂມງຕາມເວລາທ້ອງຖິ່ນ (ເວລາຈີນ) ແລະ ຫາກເດີນທາງຈາກສະຖານີຄຸນໝິງໃຕ້ ສປ ຈີນ ຫາ ສະຖານີນະຄອນຫຼວງວຽງຈັນ ສປປ ລາວ ຈາກທີ່ແຕ່ກ່ອນເວລາທີ່ຮອດແມ່ນ 17:38 ໂມງ ຈະປ່ຽນມາເປັນເວລາ 16:34 ໂມງ ຕາມເວລາທ້ອງຖິ່ນ (ເວລາລາວ), ໄລຍະເວລາໃນການຂົນສົ່ງຜູ້ໂດຍສານແມ່ນໄວຂຶ້ນ 1 ຊົ່ວໂມງ.

Yehuda instituted the complete computed calendar, and the theory that the computed calendar was introduced due to repression or persecution, have been questioned. Step 5 Lower your body until your knees form a degree angle with your knees remaining behind your toes. Your customer doesn't care about a product or an idea unless it solves a real world problem.
error: Content is protected !!