ໄທ ສະກັດລົດ ຂ້າມຂອງ 2 ຄັນ.

ໃນວັນທີ 11/7/2023 ເຈົ້າຫນ້າທີ່ ຈັງຫວັດຫນອງຄາຍ ປະເທດໄທ ກວດພົບລົດ 2 ຄັນ ກຳລັງລັກລອບຂ້າມຂອງ ປາຍທາງ ທີ່ ສປປ ລາວ.

ຫນ່ວຍເຮືອກວດກາລາດຕະເວນ ຕາມລຳແມ່ນໍ້າຂອງ ຈັງຫວັດຫນອງຄາຍ ໄດ້ອອກກວດກາລາດຕະເວນ ໄດ້ພົບ ຜູ້ຖືກສົງໄສ ຈຳນວນຫນຶ່ງ ກຳລັງຈະລັກລອບ ເອົາລົດ Fortuner ແລະ ລົດກະບະ Isuzu ຈອດຢູ່ແຄມທ່າເພື່ອນຳລົງໃສ່ເຮືອຂ້າມນໍ້າຂອງ ແຕ່ຖືກເຈົ້າຫນ້າທີ່ກວດພົບ ຜູ້ຖືກສົງໄສເອົາຕົວຫລົບຫນີ.

ທາງການໄທ ກ່າວວ່າ: ລົດຈຳນວນ 2 ຄັນ ຫນ້າຈະເປັນໃບສັ່ງ ຈາກຝັ່ງ ສປປ ລາວ, ພາຍຫລັງເຖິງລາວແລ້ວທຳການຍ້າຍພວງ ແລະ ຂຶ້ນທະບຽນຢ່າງຖືກຕ້ອງ.

error: Content is protected !!