ໃນໂອກາດຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນມາດຕະການແກ້ໄຂ ສະພາບປະລະການຮຽນຂອງນັກຮຽນ ວ່າ: ໂດຍອີງໃສ່ຜົນການສຶກສາ ຮ່ວມກັບຄູ່ຮ່ວມພັດທະນາ ທີ່ໄດ້ພິມເຜີຍແຜ່ໃນປີ 2022 ແລະ ຜົນການປະເມີນຮ່ວມກັບຄູ່ຮ່ວມພັດທະນາ ໃນຕົ້ນປີ 2023, ໄດ້ຍົກໃຫ້ເຫັນສາເຫດທີ່ເຮັດໃຫ້ ນັກຮຽນປະລະການຮຽນ ປະກອບມີທັງປັດໄຈບຸກຄົນ, ປັດໄຈພາຍໃນສະຖານການສຶກສາ ແລະ ປັດໄຈທາງດ້ານເສດຖະກິດ- ສັງຄົມຕ່າງໆ, ມີບາງເຂດ, ບາງບ້ານໂຮງຮຽນຕັ້ງຢູ່ໄກບ້ານ, ໂຮງຮຽນມັດທະຍົມບໍ່ມີຫໍພັກ ໃຫ້ນັກຮຽນທີ່ຢູ່ບ້ານໄກ ແລະ ອື່ນໆ.
ຜົນການສຳຫລວດຍັງຍົກໃຫ້ເຫັນວ່າ: ການປະລະການຮຽນ ແລະ ການຮຽນບໍ່ຈົບຂອງນັກຮຽນ ສ່ວນຫລາຍແມ່ນຢູ່ໃນເຂດຊົນນະບົດ ໂດຍສະເພາະພາຍຫລັງການລະບາດ ຂອງພະຍາດໂຄວິດ-19 ແລະ ຜົນກະທົບທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ພໍ່ແມ່ຜູ້ປົກຄອງມີຄວາມສາມາດ ສົ່ງລູກໄປຮຽນ ຫລຸດລົງ, ການສະໜອງການສຶກສາ ໃຫ້ແກ່ເດັກນ້ອຍໃນເກນອາຍຸເຂົ້າຮຽນ ໃນແຕ່ລະລະດັບ ແມ່ນໄດ້ພົບກັບອຸປະສັກ ເນື່ອງຈາກງົບປະມານລົງທຶນ ໃສ່ຂະແໜງການຫລຸດລົງ, ບັນຫາການຂາດຄູ, ສະພາບການເຂົ້າ ຮຽນໃນແຕ່ລະຊັ້ນຫລຸດລົງ ແລະ ການປະລະການຮຽນຂອງນັກຮຽນເພີ່ມຂຶ້ນ ໃນຊັ້ນປະຖົມສຶກສາ ແມ່ນເກີດຂຶ້ນ ນັບແຕ່ປີ 2021 ເປັນຕົ້ນມາ, ໃນຂະນະທີ່ການປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມສຶກສາ ແມ່ນມີລັກສະນະສູງຂຶ້ນ ນັບແຕ່ປີ 2017.
ເພື່ອແກ້ໄຂສະພາບການດັ່ງກ່າວ ລັດໄດ້ກຳນົດ 9 ມາດຕະການແກ້ໄຂ ດັ່ງນີ້: (1) ຈະໄດ້ເລັ່ງໃສ່ສ້າງກົດໝາຍວ່າດ້ວຍສາມັນສຶກສາ ໂດຍລະບຸຈະແຈ້ງກ່ຽວກັບພັນທະ ແລະ ໜ້າທີ່ ຂອງພໍ່ແມ່ຜູ້ປົກຄອງໃນການສົ່ງເສີມ ການສຶກສາຂອງລູກ ເປັນຕົ້ນການສຶກສາພາກບັງຄັບ; (2) ລົງເຜີຍແຜ່ບັນດານິຕິກໍາຕ່າງໆ ຂອງວຽກງານການສຶກສາ ໃຫ້ນັກຮຽນຜູ້ປົກຄອງໃຫ້ເຂົ້າໃຈ, ສົມທົບກັບອົງການປົກຄອງທ້ອງຖິ່ນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມພໍ່ແມ່ນັກຮຽນ, ພໍ່ແມ່ຜູ້ປົກຄອງ ແລະ ທຸກພາກສ່ວນເພື່ອໃຫ້ຄວາມຮ່ວມມື ໃນການປຸກລະດົມຊຸກຍູ້ ເອົາລູກຫລານ ເຂົ້າຮຽນຕາມເກນອາຍຸ ບໍ່ໃຫ້ມີຜູ້ຕົກຫລົ່ນ; (3) ໂຮງຮຽນສົມທົບກັບ ກຸ່ມໂຮງຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ສະມາຄົມຜູ້ປົກຄອງນັກຮຽນ ເພື່ອຊ່ວຍໃນການຕິດຕາມນັກຮຽນ ທີ່ມີທ່າອ່ຽງຈະອອກໂຮງຮຽນ; (4) ສະໜອງປຶ້ມແບບຮຽນ ໃຫ້ພຽງພໍແກ່ນັກຮຽນ ໃນການສຶກສາພາກບັງຄັບ, ມີນະໂຍບາຍໃຫ້ແກ່ ນັກຮຽນທີ່ຂາດທຶນຮອນ ດ້ວຍການມອບ ອຸປະກອນການຮຽນ-ການສອນ, ຍົກເວັ້ນຄ່າລົງທະບຽນ ແລະ ຄ່າໃຊ້ຈ່າຍອື່ນໆທີ່ຈໍາເປັນ; (5) ເພີ່ມທະວີການລົງແນະນໍາວິຊາຊີບ ໃຫ້ນັກຮຽນຮັບຮູ້ໂອກາດ ແລະ ການວາງແຜນສຶກສາຕໍ່ໃນຂັ້ນທີ່ສູງຂຶ້ນ, ສ້າງແຮງບັນດານໃຈໃນການຊອກຮູ້ຮໍ່າຮຽນ ໃນລະດັບສູງຂຶ້ນ ແລະ ເລືອກຮຽນສາຍວິຊາຊີບ ເພື່ອເປັນທາງ ເລືອກ ແລະ ສາມາດປະກອບອາຊີບລ້ຽງຕົນເອງ ແລະ ຄອບຄົວໄດ້; (6) ຊຸກຍູ້ສົ່ງເສີມໃຫ້ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ລົງຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ໃຫ້ປົກກະຕິ, ຄູສອນຕ້ອງໄດ້ເພີ່ມຄວາມເຂັ້ມງວດ ໃນການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ; (7) ສ້າງ ແລະ ປັບປຸງສະຖານ ການສຶກສາ ໃຫ້ມີສະພາບແວດລ້ອມໂຮງຮຽນທີ່ດຶງດູດ ແລະ ເອື້ອອໍານວຍ ໃຫ້ນັກຮຽນຢາກມາຮຽນສ້າງ ແລະ ຂະຫຍາຍຫໍພັກ ໃຫ້ແກ່ນັກຮຽນທີ່ຢູ່ບ້ານໄກ; (8) ຈັດຕັ້ງການບໍາລຸງໃຫ້ແກ່ນັກຮຽນ ທີ່ມີຜົນການຮຽນອ່ອນ (ເພາະນັກຮຽນເຫລົ່ານີ້ມີໂອກາດ ທີ່ຈະປະລະການຮຽນສູງ), ສ້າງຄວາມເຂັ້ມແຂງ ໃຫ້ແກ່ການ ສຶກສານອກໂຮງຮຽນ ແລະ ໃຫ້ບໍລິການການສຶກ ສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານ ໃຫ້ແກ່ເດັກທີ່ຢູ່ນອກໂຮງຮຽນ ໃນເຂກ ຫ່າງໄກສອກຫລີກ; (9) ໃຫ້ການບໍລິການການສຶກສາແກ່ປະຊາຊົນ ໃນເຂດທີ່ມີການຜະລິດເປັນສິນຄ້າຫລາຍເປັນຕົ້ນ: ໂຮງຮຽນກິນນອນ, ສາມັນວິຊາຊີບ, ໂຮງຮຽນອະ ນຸບານ, ສະໜອງອາຫານທ່ຽງໃນໂຮງຮຽນ ເພື່ອສ້າງເງື່ອນໄຂໃຫ້ຜູ້ປົກຄອງໄດ້ມີເງື່ອນໄຂ ທໍາການຜະລິດ ແລະ ລູກຫລານເຂົາເຈົ້າໄດ້ຮຽນເປັນປົກກະຕິ.