ກອງປະຊຸມຫາລືຮ່ວມມືທາງດ້ານການບໍລິການຂົນສົ່ງຂ້າມແດນ ສປ ຈີນ-ແຫຼມອິນດູຈີນ

ຄະນະຜູ້ແທນແຂວງສະຫວັນນະເຂດ ນໍາໂດຍທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະຈາກພາກສ່ວນຕ່າງໆຄື: ພະແນກການຕ່າງປະເທດ, ພະແນກອຸດສາຫະກໍາ ແລະການຄ້າ, ຄະນະດ່ານພາສີຂົວມິດຕະພາບ II ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືການຮ່ວມມືທາງດ້ານການບໍລິການຂົນສົ່ງຂ້າມຊາຍແດນ ສປ ຈີນ-ແຫຼມອິນດູຈີນ ທີ່ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ພາຍໃຕ້ຫົວຂໍ້: “ສະຫຼາດຢ່າງມີປະສິດທິພາບ, ສະດວກວ່ອງໄວ ເພື່ອຮ່ວມກັນພັດທະນາການຮ່ວມມື ດ້ານການບໍລິການຂົນສົ່ງຂ້າມຊາຍແດນຂອງບັນດາເມືອງໜ້າດ່ານ” ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຊຶ່ງມີແຂວງສະຫວັນນະເຂດ- ແຂວງຄໍາມ່ວນ ຂອງ ສປປ ລາວ, ແຂວງມຸກດາຫານ ຣາຊະອານາຈັກໄທ, ແຂວງລາງເຊິນ-ແຂວງບັກຢາງ ຂອງ ສສ ຫວຽດນາມ ແລະ ບັນດາພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ເຂົ້າຮ່ວມ.

ທ່ານ ນາງ ຫຼິງທອງ ແສງຕາວັນ ໄດ້ສະເໜີຈຸດປະສົງໃນການເພີ່ມທະວີການແລກປ່ຽນ ແລະຮ່ວມມືກັບແຂວງສະຫວັນນະເຂດໃນວຽກງານດ້ານຕ່າງໆເປັນຕົ້ນ: ດ້ານການຄ້າ-ການລົງທຶນ, ການຮ່ວມມືດ້ານຂົງເຂດວັດທະນະທໍາ-ສັງຄົມ ໂດຍສະເພາະແມ່ນການຮ່ວມມືດ້ານການສຶກສາ ເພື່ອຊຸກຍູ້ໃຫ້ນັກສຶກສາລາວ ໄດ້ມີໂອກາດໄປສຶກສາຢູ່ ສປ ຈີນ ສະນັ້ນ, ການຮ່ວມມືໃນຄັ້ງນີ້ ຈະເປັນການປະກອບສ່ວນ ແລະສ້າງພື້ນຖານໃຫ້ແກ່ການຮ່ວມມື ລະຫວ່າງສອງແຂວງ ໃຫ້ມີບາດກ້າວລິເລີ່ມ ແລະ ພັດທະນາຂຶ້ນໄປເລື້ອຍໆ ຊຶ່ງຝ່າຍ ສປ ຈີນ ກໍໄດ້ເຫັນດີຕໍ່ການສະເໜີດັ່ງກ່າວ ແລະ ມີແຜນໃນການລິເລີ່ມສ້າງການຮ່ວມມືໃຫ້ປະກົດຜົນເປັນຮູບປະທໍາເທື່ອລະກ້າວ.

ໃນພິທີ, ໄດ້ມີການລົງນາມ ໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານການຄ້າ ລະຫວ່າງພະແນກການຄ້າ ກວາງຊີ ສປ ຈີນ ກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ເພື່ອເປັນການເພີ່ມທະວີສາຍພົວພັນເພື່ອນມິດທີ່ມີຢູ່ແລ້ວ ລະຫວ່າງສອງຝ່າຍ ດ້ວຍການເສີມຂະຫຍາຍການຮ່ວມມືໃນຫຼາຍໆຂົງເຂດ ຊຶ່ງລວມມີ ດ້ານການນໍາເຂົ້າ ແລະ ສົ່ງອອກສິນຄ້າ, ການຮ່ວມມືສອງຝ່າຍຈັດງານວາງສະແດງສິນຄ້າ, ການຈັບຄູ່ທຸລະກິດ ແລະ ການພັດທະນາຕະຫຼາດທີ່ກ່ຽວຂ້ອງ ແລະ ສົ່ງເສີມການແລກປ່ຽນທາງດ້ານການຄ້າລະຫວ່າງສອງຝ່າຍ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປະກາດ “ຂໍ້ລິເລີ່ມການຮ່ວມມືທາງດ້ານການເຊື່ອມໂຍງແບບອັດສະລິຍະ ຂອງການບໍລິການຂົນສົ່ງຂ້າມຊາຍແດນ ສປ ຈີນ-ແຫຼມອິນດູຈີນ ຂອງບັນດາແຂວງ-ເມືອງໜ້າດ່ານທາງບົກ”ນຳອີກ.

ຂ່າວ: ແຂວງສະຫວັນນະເຂດ

error: Content is protected !!