
ໂຄງການແລກປ່ຽນວິທະຍາສາດລະດັບນັກຮຽນມັດທະຍົມ SEAMEO-Singapore Students Challenge (SSSC) 2023 ໄດ້ຈັດຂຶ້ນທີ່ປະເທດສິງກະໂປ ໃນວັນທີ 03-08 ກໍລະກົດ 2023 ທີ່ສູນວິທະຍາດ ປະເທດສິງກະໂປ ເພື່ອເຂົ້າຮ່ວມແຂ່ງຂັນບົດຄົ້ນຄວ້າວິທະຍາສາດ ແລະ ຖາມ-ຕອບວິທະຍາສາດ.
ງານດັ່ງກ່າວມີນັກຮຽນອາຊຽນທັງໝົດ 11 ປະເທດເຂົ້າຮ່ວມ ປະເທດລະ 05 ຄົນ, ພ້ອມຄູນໍາພາປະເທດລະ 01 ຄົນ (ລວມທັງໝົດ 66 ຄົນ). ໃນນີ້ປະເທດລາວຂອງພວກເຮົາ, ກະຊວງສຶກສາທິການ ແລະ ກິລາ ໄດ້ຄັດເລືອກຈາກທັງໝົດ 10 ໂຮງຮຽນມັດທະຍົມທັງພາກລັດ ແລະ ເອກະຊົນ ທີ່ເຂົ້າຮ່ວມໂຄງການຝຶກອົບຮົມອອນລາຍແຕ່ວັນທີ 25 ເມສາ-03ພຶດສະພາ 2023; ໂດຍຄັດເລືອກເອົາທີມໂຮງຮຽນທີ່ມີບົດຄົ້ນຄວ້າດີທີ່ສຸດໄປເຂົ້າຮ່ວມແຂ່ງຂັນທີ່ປະເທດສິງກະໂປໃນວັນທີ 03-08 ກໍລະກົດ 2023;

ໃນນີ້, ທີມຈາກໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ສາມາດຍາດໄດ້ອັນດັບດີທີ່ສຸດໄດ້ເຂົ້າຮ່ວມໂຄງການດັ່ງກ່າວ. ເຊິ່ງທີມງານປະກອບມີ:
ນາງ ສະຫວັນຄໍາ ບຸນວິໄລ ນັກຮຽນ ຮພຊ ຫ້ອງ ມ3/1;
ນາງ ຣິຣະດາ ອິນທະມາລີ ນັກຮຽນ ຮພຊ ຫ້ອງ ມ3/1;
ອຸດົມຄໍາ ບຸນວິໄລ ນັກຮຽນ ຮພຊ ຫ້ອງ ມ5/1;
ທ້າວ ບຸດທິໄຊ ຈະເລີນຜົນ ນັກຮຽນ ຮພຊ ຫ້ອງ ມ5/1;
ທ້າວ ສາຍສະຫວັນ ສິມມາລາວົງ ນັກຮຽນ ຮພຊ ຫ້ອງ ມ5/1;
ອາຈານ ຄໍາຫອງ ສີບຸນເຮືອງ ຮອງຜູ້ອໍານວຍການ ຮພຊ ເປັນຜູ້ນໍາພາ;

ຜົນການແຂ່ງຂັນແຕ່ລະປະເພດມີດັ່ງນີ້:
ໜຶ່ງ. ແຂ່ງຂັນບົດຄົ້ນຄວ້າ(Proposal)ລະປະເທດລະ 01 ບົດ, ເຊິ່ງບົດຄົນຄວ້າທີ່ໄດ້ດີທີ່ສຸດແມ່ນຕົກເປັນຂອງປະເທດອິນໂດເນເຊຍ, ອັນດັບສອງແມ່ນເປັນຂອງປະເທດພະມ້າ ແລະ ອັນດັບສາມແມ່ນຕົກເປັນຂອງປະເທດຟີລິບປິນ;
ສອງ. ການແຂ່ງຂັນຖາມຕອບວິທະຍາສາດເພື່ອຊິງເອົາ 05 ຫຼຽນຄໍາ, 05 ຫຼຽນເງິນ ແລະ 05 ຫຼຽນທອງແດງ;

ນັກຮຽນຈາກ ສປປ ລາວ ສາມາດຍາດໄດ້:
01 ຫຼຽນຄໍາ ຈາກທ້າວ ອຸດົມຄໍາ ບຸນວິໄລ;
02 ຫຼຽນເງິນ ຈາກທ້າວ ສາຍສະຫວັນ ສິມມາລາວົງ ແລະ ຣິນຣະດາ ອິນທະມາລີ;
ໂຄງການດັ່ງກ່າວເປັນໂຄງການທີ່ຈັດຂຶ້ນທຸກໆ ປີໂດຍຄ່າໃຊ້ຈ່າຍເດີນທາງໄປ-ກັບ, ຄ່າກິນຢູ່-ພັກເຊົາ ແມ່ນໂຄງການ SEAMEO-Singapore Students Challenge (SSSC) 2023 ເປັນຜູ້ຮັບຜິດຊອບທັງໝົດ.