ພາສີປະຈໍາດ່ານສາກົນຂົວມິດຕະພາບ 3ຈັດເກັບລາຍຮັບໄດ້46,07%

ຕາມການໃຫ້ສໍາພາດຂອງ ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 6 ກໍລະກົດ ນີ້ ກ່ຽວກັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບໃນໄລຍະ 6 ເດືອນຕົ້ນປີ 2023 ວ່າ: ຕາມແຜນການທີ່ໄດ້ຮັບມອບໝາຍການຈັດເກັບລາຍຮັບເຂົ້າງົບປະມານໃນປີ 2023 ຈໍານວນທັງໝົດ 602 ຕື້ກວ່າກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 281 ຕື້ກວ່າກີບ ເທົ່າກັບ 46,07% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 60,99%,ລາຍຮັບສ່ວນຫຼາຍແມ່ນໄດ້ມາຈາກການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ຊຶ່ງມີອັດຕາການເພີ່ມຂຶ້ນ 40%, ປະເພດສິນຄ້ານໍາເຂົ້າເພື່ອສົ່ງອອກຕໍ່ເພີ່ມຂຶ້ນ 38% ແລະ ປະເພດລາຍຮັບຈາກຄ່າທໍານຽມຕ່າງໆ (ຄັງແຮ) ເພີ່ມຂຶ້ນ 452,65%.

ໂດຍພື້ນຖານແລ້ວດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດແມ່ນຍ້ອນມີນິຕິກໍາ, ກົດໝາຍ ຈາກສາຍຕັ້ງ ກະຊວງການເງິນ, ກົມພາສີ ເປັນບ່ອນອີງທີ່ໜັກແໜ້ນ, ອີກດ້ານໜຶ່ງກໍຍ້ອນມີການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກຄະນະນໍາທີ່ກ່ຽວຂ້ອງໃນການແກ້ໄຂວຽກງານໃຫ້ມີຄວາມສໍາເລັດທັນກັບເວລາ, ມີພື້ນຖານໂຄງລ່າງສະຖານທີ່ເຮັດວຽກທີ່ເໝາະສົມແລະມີເຄື່ອງມືທັນສະໄໝເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມວ່ອງໄວ, ສ່ວນດ້ານຂໍ້ຫຍຸ້ງຍາກສ່ວນຫຼາຍແມ່ນ ໃນເວລາມີຄວາມຂັດຂ້ອງດ້ານກະແສໄຟຟ້າ (ໄຟຟ້າດັບ)ຊຶ່ງເຮັດໃຫ້ລະບົບການເຮັດວຽກເຄື່ອງມືບໍ່ສາມາດຕອບສະໜອງໃນການປ້ອນຂໍ້ມູນຕ່າງໆ, ລວມເຖິງລະບົບສັນຍານທາງອິນເຕີເນັດກໍມີຄວາມຂັດຂ້ອງ ທີ່ສ້າງຄວາມຫຍຸ້ງຍາກໃຫ້ການບໍລິການຊັກຊ້າ. ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າບັນລຸຕາມໂຕເລກຄາດໝາຍທີ່ຂັ້ນເທິງວາງໄວ້ ແມ່ນຈະສືບຕໍ່ເຮັດວຽກການເມືອງແນວຄິດ ກັບເຈົ້າໜ້າທີ່ພະນັກງານພາສີປະຈໍາດ່ານພ້ອມກັນ ເປັນເຈົ້າການໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ແລະ ລື່ນແຜນທີ່ກໍານົດໄວ້, ແນະນໍາໃຫ້ຄວາມເຂົ້າໃຈຕໍ່ຜູ້ປະກອບການ ຫຼື ຜູ້ທີ່ມາບໍລິການຜ່ານດ່ານ, ຜູ້ແຈ້ງພາສີທົ່ວໄປໃຫ້ມີຄວາມເຂົ້າໃຈຕໍ່ລະບົບການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອຕ້ານການຮົ່ວໄຫຼ ທຸກລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດແລະ ການປະຕິບັດບັດວາລະແຫ່ງຊາດ ແມ່ນຈະພ້ອມກັນຈັດເກັບລາຍຮັບທຸກລາຍການທີ່ມີຕາມກົດໝາຍ ແລະ ນິຕິກໍາກໍານົດໄວ້ໃຫ້ຄົບຖ້ວນແລະ ທັນເວລາ, ອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫຼ, ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ຄວາມຮ່ວມມື, ຊ່ວຍເຫຼືອອໍານວຍຄວາມສະດວກໃຫ້ຜູ້ປະກອບການທີ່ມາໃຊ້ບໍລິການດ່ານໃຫ້ຫຼາຍຂຶ້ນ, ສ້າງຖານຂໍ້ມູນ, ແຫຼ່ງຂ່າວລັກລອບ ຫຼື ລະເມີດກົດໝາຍວ່າດ້ວຍພາສີ ແລະ ນິຕິກໍາຢູ່ພາຍໃນດ່ານໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາຈາກການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ລະໄລຍະຢ່າງເຂັ້ມງວດ.

error: Content is protected !!