ອັດຕາເງິນເຟີ້ ສປປ ລາວ ເດືອນ ມິຖຸນາ ຫຼຸດລົງຢູ່ທີ່ 28,64 %ຫຼຸດຈາກເດືອນ ພຶດສະພາ -10,22%

ສະພາບອັດຕາເງິນເຟີ້ ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນມີຖຸນາ ຢູ່ໃນລະດັບ 185,91 ເຊິ່ງເພີ່ມຂຶ້ນຈາກ 144,52 ໃນ ເດືອນມີຖຸນາ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນມີຖຸນານີ້ ຢູ່ໃນລະດັບ 28,6% (ເດືອນ ພືດສະພາ 2023 ຢູ່ໃນລະດັບ 38,9%).

ຫມວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າຫມູ່ແມ່ນ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 42,7%, ຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 28,8%, ຫມວດຮັກສາ ສຸຂະພາບ ແລະ ຢາ ເພີ່ມຂຶ້ນ 25,8%, ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 24,6%, ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 23,9%, ຫມວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 21,6%, ຫມວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງ ຕົ້ມ ເພີ່ມຂຶ້ນ 16,8%, ຫມວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 12,1%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 11,0%.

ອັດຕາເງິນເຟີ້ ສະເລ່ຍ 6 ເດືອນຕົ້ນປີ 2023 ຢູ່ໃນລະດັບ 38,1% (6 ເດືອນຕົ້ນປີ 2022 ແມ່ນ 11,4%). ເມື່ອສັງເກດເປັນຫມວດກໍ່ເຫັນວ່າ ຫມວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຂຶ້ນສູງກວ່າຫມູ່ ແມ່ນ ເພີ່ມຂຶ້ນ 49,1%, ຫມວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 38,8%, ຮອງລົງມາແມ່ນຫມວດຮ້ານອາຫານ ແລະ ໂຮງແຮມ ເພີ່ມ ຂຶ້ນ 35,2%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 33,0%, ຫມວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 32,9%, ຫມວດ ເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 25,5%, ຫມວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 25,1%, ຫມວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 24,8%.

ເມື່ອທຽບລາຄາສິນຄ້າ ແລະ ບໍລິການ ກັບເດືອນຜ່ານມາເຫັນວ່າຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງເພີ່ມຂຶ້ນ 2,0% ໃນນັ້ນ ຫມວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 3,6% ພົ້ນເດັ່ນແມ່ນການເພີ່ມຂຶ້ນ ລາຄາລົດໃຫຍ່ ເຊັ່ນ: ລົດກະບະລີ ໂວ ເພີ່ມຈາກ 716.687.046 ກີບ/ຄັນ ໃນເດືອນ ພຶດສະພາ ມາເປັນ 753.732.493 ກີບ/ຄັນ ໃນເດືອນ ມີຖຸນາ, ລົດໂຕໂຍຕ້າວີອ໊ອດ ເພີ່ມຈາກ 400.795.496 ກີບ/ຄັນ ມາເປັນ 421.512.556 ກີບ/ຄັນ, ລົດເກັງຮຸນໃດເອັກ ເຊັນບຣູ ເພີ່ມຈາກ 338.776.040 ກີບ/ຄັນ ມາເປັນ 356.287.323 ກີບ/ຄັນ.

ຫມວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 3,4% ພົ້ນເດັ່ນແມ່ນ ການເພີ່ມຂຶ້ນຂອງລາຄາແຊມພູສະຜົມ ເພີ່ມຈາກ 22.230 ກີບ/ກ່ອງ ມາເປັນ 23.062 ກີບ/ກ່ອງ, ຄີມທາຜີວ ເພີ່ມຈາກ 48.721 ກີບ/ກອງ ມາເປັນ 50.277 ກີບ/ກ່ອງ, ຢາຖູແຂ້ວ ເພີ່ມຈາກ 21.664 ກີບ/ຫຼອດ ມາເປັນ 22.000 ກີບ/ຫຼອດ. ຫມວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນເຫຼົ້າເພີ່ມຂຶ້ນ 1,5% ພົ້ນ ເດັ່ນແມ່ນ ລາຄາເຂົ້າສານຫນຽວເພີ່ມຈາກ 15.064 ກີບ/ກິໂລ ມາເປັນ 15.381 ກີບ/ກິໂລ, ເຂົ້າສານຈ້າວ ເພີ່ມຈາກ 16.071 ກີບ/ກິໂລ ມາເປັນ 16.196 ກີບ/ກິໂລ, ຊິ້ນຫມູ ເພີ່ມຈາກ 79.627 ກີບ/ກິໂລ ມາເປັນ 80.241 ກີບ/ກິ ໂລ, ລາຄາຊີ້ນງົວປະເພດ 1 ເພີ່ມຈາກ 109.847 ກີບ/ກິໂລ ມາເປັນ 110.396 ກີບ/ກິໂລ, ໄກ່ພັນປອກເພີ່ມຈາກ 65.315 ກີບ/ໂຕ ມາເປັນ 65.884 ກີບ/ໂຕ, ປານີນລ້ຽງ ເພີ່ມຈາກ 45.627 ກີບ/ກິໂລ ມາເປັນ 46.303 ກີບ/ກິ ໂລ ແລະ ຫຼາຍລາຍການສິນຄ້າໃນຫມວດອື່ນກໍ່ມີລາຄາເພີ່ມຂຶ້ນເຊັ່ນກັນ.

ສາເຫດຫຼັກຂອງການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນເດືອນນີ້ກໍ່ຄືກັບການເພີ່ມຂຶ້ນຂອງເງິນເຟີ້ໃນໄລຍະຜ່ານມາ ເຊິ່ງຍັງແມ່ນມາຈາກປັດໄຈອັດຕາແລກປ່ຽນ, ການຄຸ້ມຄອງລາຄາ ແລະ ການປ່ຽນແປງດິນຟ້າອາກາດເຊັ່ນ:

ອັດຕາແລກປ່ຽນ ສະເລ່ຍ 16 ວັນໃນເດືອນ 6/2023 ທຽບກັບ ໄລຍະດຽວກັນຂອງປີຜ່ານມາເງິນກີບອ່ອນຄ່າ 20,5% ທຽບໃສ່ເງິນໂດລາ ແລະ ອ່ອນຄ່າ 8,5% ທຽບໃສ່ເງິນບາດ. ສະເລ່ຍ 16 ວັນໃນເດືອນ 6/2023 ທຽບກັບຕົ້ນປີເດືອນມັງກອນ 2023 ເງິນກີບອ່ອນຄ່າ 7% ທຽບໃສ່ເງິນໂດລາ ແລະ ອ່ອນຄ່າ 6% ທຽບໃສ່ເງິນບາດ.

ທະນາຄານກາງຂອງປະເທດເສດຖະກິດຂະຫນາດໃຫຍ່ ໄດ້ນໍາໃຊ້ນະໂຍບາຍແບບຮັດກຸມເພື່ອຫຼຸດຜ່ອນອັດຕາເງິນເຟີ້ ໂດຍການຂຶ້ນອັດຕາດອກເບ້ຍນະໂຍບາຍ ອັນໄດ້ເຮັດໃຫ້ເງິນຕາແຂງຄ່າຂຶ້ນ ເຊັ່ນດຽວກັນນັ້ນ ເງິນປະເທດຄູ່ຄ້າກໍ່ອ່ອນ ຄ່າລົງ ລວມທັງເງິນກີບ ຊຶ່ງກະທົບເຖິງລາຄາສິນຄ້ານໍາເຂົ້າຂອງ ສປປ ລາວ ມີລາຄາສູງຂຶ້ນ; ຖານຜະລິດພາຍໃນ ປະເທດບໍ່ເຂັ້ມແຂງ, ສ່ວນຫຼາຍແມ່ນເອື້ອຍອີງ ແລະ ນໍາເຂົ້າຈາກຕ່າງປະເທດ ເຊັ່ນ: ສິນຄ້າອຸປະໂພກ, ບໍລິໂພກ, ສິນຄ້າ ປະພດ ປັດໄຈການຜະລິດ, ເຄື່ອງມືວິທະຍາສາດ, ແລະ ພືດຜັກແມ່ນນໍາເຂົ້າຈາກຕ່າງປະເທດ. ດັ່ງນັ້ນ ເມື່ອລາຄາສິນຄ້າ ຢູ່ຕ່າງປະເທດສູງຂຶ້ນ ບວກກັບການອ່ອນຄ່າຂອງເງິນກີບ ຈິ່ງໄດ້ສົ່ງຜົນໃຫ້ຕົ້ນທຶນການຜະລິດ ແລະ ລາຄາສິນຄ້າຢູ່ພາຍ ຍິ່ງປັບລາຄາສູງຂຶ້ນ; ຄວາມອາດສາມາດໃນການແຊກແຊງ ແລະ ຄຸ້ມຄອງຕະຫຼາດອັດຕາແລກປ່ຽນຍັງມີຄວາມຈໍາ ກັດ, ດັ່ງນັ້ນ ຄ່າຂອງເງິນກີບ ຈື່ງອ່ອນຄ່າຫຼາຍໄປຕາມຕະຫຼາດ ແລະ ເມື່ອເງິນກີບອ່ອນຄ່າ ແມ່ນໄດ້ກະທົບໂດກົງໃສ່ ສິນຄ້ານໍາເຂົ້າມີລາຄາສູງຂຶ້ນ; ການຄຸ້ມຄອງລາຄາສິນຄ້າຍັງບໍ່ທັນໄດ້ດີ, ພໍ່ຄ້າ ແມ່ຄ້າ ຍັງມີການສວຍໂອກາດປັບ ຂຶ້ນລາຄາສິນຄ້າໃນທ້ອງຕະຫຼາດ ແລະ ຫ້າງຮ້ານຕ່າງໆ; ປັດໄຈຈາກການປ່ຽນແປງດິນຟ້າອາກາດເຊັ່ນ: ຝົນຕົກ ຫນ້ອຍ ເຮັດໃຫ້ຜົນຜະລິດກະສິກໍາບໍ່ສາມາດສະຫນອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ.

ອ້າງອີງຈາກ: ສູນສະຖິຕິແຫ່ງຊາດ

error: Content is protected !!