ສະໜາມບິນສາກົນບໍ່ແກ້ວຈະສົ່ງເສີມການທ່ອງທ່ຽວຫຼາຍຂຶ້ນ.

ມາຮອດປັດຈຸບັນ, ໂຄງການກໍ່ສ້າງສະໜາມບິນສາກົນບໍ່ແກ້ວມີຄວາມຄືບໜ້າຫລາຍກວ່າ 90%, ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນທ້າຍປີ 2023ນີ້.

ທ່ານ ຈ້າວ ເຫວີຍ, ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ສໍາພາດຕໍ່ສື່ມວນຊົນລາວໃນວັນທີ 25 ມິຖຸນາ 2023 ນີ້ວ່າ: ການກໍ່ສ້າງສະໜາມບິນດັ່ງກ່າວໃນປັດຈຸບັນແມ່ນເຫລືອພຽງຂັ້ນຕອນຕົບແຕ່ງຕຶກອາຄານຜູ້ໂດຍສານທັງພາຍໃນ ແລະພາຍນອກ, ການຕິດຕັ້ງອຸປະກອນລະບົບສື່ສານການບິນ, ລວມເຖິງລະບົບຄວາມປອດໄພ ແລະສິ່ງອໍານວຍຄວາມສະດວກຕ່າງໆ ໃນອາຄານ.

ສະໜາມບິນສາກົນ ບໍ່ແກ້ວ ຕັ້ງຢູ່ ບ້ານສີເມືອງງານ ເມືອງຕົ້ນເຜີ້ງ ຫ່າງໄກຈາກເຂດເສດຖະກິດພິເສດສາມຫຼ່ຽມຄຳປະມານ 5 ກິໂລແມັດ, ມູນຄ່າການກໍ່ສ້າງທັງຫມົດ 175 ລ້ານໂດລາໃນເນື້ອທີ່ 300 ເຮັກຕາ, ເລີ່ມດຳເນີນການກໍ່ສ້າງຕັ້ງແຕ່ວັນທີ່ 20 ກັນຍາ ປີ 2020 ຕາມມາດຕະຖານຄວາມປອດໄພຂອງກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO)ຄື: ຂະໜາດຂອງສະໜາມບິນທີ່ມີລະຫັດໝາຍເລກ ແລະຕົວອັກສອນ 4C (Aerodrome Code 4C) ທາງແລ່ນຂຶ້ນ-ລົງຂອງເຮືອບິນມີຄວາມຍາວ 2.500 ແມັດ ກວ້າງ 45 ແມັດ ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ ເຊິ່ງສາມາດຮອງຮັບເຮືອບິນຂະໜາດໂບອິງ (Boing 737-900ER)ຫຼື ແອບັດ(Airbus A320/ A321) ຫຼືເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ 200 ບ່ອນນັ່ງລົງມາ ແລະມີແຜນຈະຕໍ່ຕື່ມທາງແລ່ນຂຶ້ນ-ລົງໃນອະນາຄົດອີກ ເພື່ອສາມາດຮອງຮັບເຮືອ ບິນຂະໜາດ Boing 747 ໄດ້ ພາຍໃນອາຄານຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກສາມາດຮອງຮັບໄດ້ຜູ້ໂດຍສານ 600 ຄົນ ໃນເວລາດຽວກັນ.

ຫາກສະໜາມບິນແຫ່ງນີ້ໄດ້ເປີດນຳໃຊ້ຢ່າງເປັນທາງການຈະເປັນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນສົ່ງເສີມການທ່ອງທ່ຽວໃຫ້ແກ່ ສປປ ລາວ ກໍຄືແຂວງບໍ່ແກ້ວໄດ້ຢ່າງຫຼວງຫຼາຍ.

error: Content is protected !!