ຈຳປາສັກ-ນະຄອນດາໜັງ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະ ເຂົ້າພົບປະຢ້ຽມຢາມ ທ່ານ ເລ ຈຸງ ຈິງ ປະທານຄະນະກຳມະການ ປະຊາຊົນນະຄອນດາໜັງ ພ້ອມດ້ວຍຄະນະ ໃນວັນທີ 24 ມິຖຸນາ 2023 ທີ່ນະຄອນດາໜັງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງນະຄອນດາໜັງ ແລະ ແຂວງຈຳປາສັກ.

ໃນການພົບປະຄັ້ງນີ້, ທ່ານ ເລ ຈຸງ ຈິງ ໄດ້ສະແດງຄວາມຍິນດີ ແລະ ໃຫ້ຕ້ອນຮັບ ທ່ານ ວິໄລວົງ ບຸດດາຄຳ ພ້ອມຄະນະ ຢ່າງອົບອຸ່ນ ແລະ ແຈ້ງໃຫ້ຊາບ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມຂອງນະຄອນດາໜັງ ພ້ອມທັງ ຕີລາຄາສູງ ນ້ຳໃຈມິດຕະພາບ ທີ່ເປັນມູນເຊື້ອແບບພິເສດຫວຽດນາມ-ລາວ, ການພົວພັນມິດຕະພາບ ທີ່ເປັນມູນເຊື້ອລະຫວ່າງນະຄອນດາໜັງ ແລະ ແຂວງຈຳປາສັກ ທີ່ນັບມື້ນັບພັດທະນາ ແລະ ເຊື່ອໝັ້ນວ່າ ໃນໄລຍະຕໍ່ໜ້າທີ່ຈະມາເຖິງນີ້ ບັນດາເນື້ອໃນທີ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມື ໃນໄລຍະ 2023-2027 ລະຫວ່າງ 2 ທ້ອງຖິ່ນຈະສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ພິເສດແມ່ນບັນດາເນື້ອໃນສຳຄັນ ເຊັ່ນ: ການຮ່ວມມືດ້ານການສຶກສາ, ເພີ່ມທະວີການຮ່ວມມືດ້ານການຄ້າ-ການລົງທຶນ ແລະ ການບໍລິການ ການທ່ອງທ່ຽວ. ຫວັງວ່າ ໃນຕໍ່ໜ້າ 2 ຝ່າຍຈະສືບຕໍ່ ບັນດາການເຄື່ອນໄຫວຮ່ວມມືຢ່າງມີປະສິດທິຜົນ, ເພື່ອຊຸກຍູ້ການພັດທະນາຮ່ວມຂອງແຕ່ລະທ້ອງຖິ່ນ ແລະ ສືບຕໍ່ປະກອບສ່ວນໃຫ້ແກ່ສາຍພົວພັນມິດຕະພາບ ແບບພິເສດ ຂອງສອງປະເທດ ຫວຽດນາມ-ລາວ.

ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ທີ່ໄດ້ຮັບກຽດຕ້ອນຮັບ ດ້ວຍໄມຕີຈິດມິດຕະພາບ ອັນອົບອຸ່ນ ຈາກຄະນະພັກ, ຄະນະກໍາມະການປະຊາຊົນ ແລະ ປະຊາຊົນນະຄອນດານໜັງ ພ້ອມທັງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ວິໄສທັດ ຮອດປີ 2030 ແລະ ຍຸດທະສາດການພັດທະນາ ແຂວງຈຳປາສັກ ຮອດປີ 2025. ພ້ອມນັ້ນ ກໍໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກທີ່ນະຄອນດາໜັງໃນຄັ້ງນີ້ ເຊິ່ງເປັນຂີດໝາຍອັນສໍາຄັນ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຈໍາປາສັກ ແລະ ນະຄອນດາໜັງ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງຢ້ຽມຢາມ ເຂດອຸດສະຫະກຳນະຄອນດາໜັງ (DHPIZA) ແລະ ເຂົ້າຮ່ວມຊົມເທສະການ ດອກໄມ້ໄຟສາກົນດາໜັງ 2023 ອີກດ້ວຍ.

ຂ່າວ: ທັດຊະນະ

error: Content is protected !!