ສາລະວັນ ຈະກໍ່ສ້າງທາງປູຫີນຂົບໄລຍະ 24 ກິໂລແມັດ

ບໍລິສັດ ຈະເລີນໄຊກໍ່ສ້າງຂົວທາງ, ເຄຫະສະຖານ ແລະ ກໍ່ສ້າງຊົນລະປະທານ ເປັນຜູ້ຊະນະການປະມູນ ເປັນບໍລິສັດຮັບເໝົາກໍ່ສ້າງເສັ້ນທາງປູຫີນຂົບ ແຕ່ແຍກທາງ 15A ບ້ານຄອນສາຍ ເມືອງວາປີ ຫາແຍກທາງ 13 ໃຕ້ ບ້ານແບ່ງດ່ານ ເມືອງລະຄອນເພັງ ແຂວງສາລະວັນ, ຄວາມຍາວ 24 ກິໂລແມັດ, ໃນມູນຄ່າ 97 ຕື້ກວ່າກີບ ແລະ ບໍລິສັດ TNV ຄໍປໍເລຊັນຈຳກັດ ຊະນະການປະມູນເປັນບໍລິສັດທີ່ປຶກສາໂຄງການດັ່ງກ່າວມູນຄ່າ 1,5 ຕື້ກວ່າກີບ.

ເສັ້ນທາງປູຫີນຂົບດັ່ງກ່າວ, ມີຄວາມຍາວທັງໝົດ 24,40 ກິໂລແມັດ, ກວ້າງ 7-8 ແມັດ, ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງທາງຫຼວງແຫ່ງຊາດ 15A ຫາ ທາງຫຼວງແຫ່ງຊາດເລກທີ 13 ໃຕ້ ແລະ ເປັນເສັ້ນທາງເຊື່ອມຕໍ່ລະຫວ່າງ 2 ເມືອງຄື: ເມືອງວາປີ ແລະ ເມືອງລະຄອນເພັງ. ແລວເສັ້ນທາງດັ່ງກ່າວ ແມ່ນຈະສ້າງໄປຕາມແລວທາງເກົ່າທີ່ມີແລ້ວ, ໃນໄລຍະຜ່ານມາ ໄດ້ມີການສ້ອມແປງບູລະນະຮັກສາ ເຮັດໃຫ້ສາມາດແກ້ໄຂການສັນຈອນໄປມາຊົ່ວຄາວເທົ່ານັ້ນ ແລະ ຍັງມີຄວາມຫຍຸ້ງຍາກ, ມີປະຊາຊົນອາໄສຢູ່ຕາມແລວທາງມີຈໍານວນຫຼວງຫຼາຍ ທີ່ຈະໄດ້ນຳໃຊ້ ແລະ ສັນຈອນໄປມາ ແລກປ່ຽນຊື້-ຂາຍ, ການຜະລິດຂອງປະຊາຊົນ ແລະ ກາຍເປັນທ່າແຮງທີ່ສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ສຳລັບໜ້າວຽກຈັດຕັ້ງປະຕິບັດຂອງໂຄງການ ມີຄື: ກໍ່ສ້າງເສັ້ນທາງ, ກໍ່ສ້າງຂົວແຜ່ນ 4 ແຫ່ງ, ກໍ່ສ້າງທໍ່ລະບາຍນ້ຳ, ກໍ່ສ້າງຮ່ອງລະບາຍນໍ້າ, ວຽກກັນເຈື່ອນ ແລະ ວຽກຕົບແຕ່ງອື່ນໆ. ກໍານົດເວລາໃນການກໍ່ສ້າງເສັ້ນທາງດັ່ງກ່າວ ໃຫ້ສຳເລັດ ແລະ ສາມາດນໍາໃຊ້ໄດ້ ໄລຍະ 4 ປີເລີ່ມແຕ່ປີ 2023-2027.

ການປະມູນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ ຜ່ານມາ, ທີ່ຫ້ອງປະຊຸມພະແນກໂຍທາທິການ ແລະຂົນສົ່ງ ແຂວງ, ໂດຍການເປັນປະທານຂອງ ທ່ານ ສີທະນົນ ໄຊນິນສຸລິຍະວົງ ຮອງຫົວໜ້າພະແນກ ຍທຂ ແຂວງ, ມີທ່ານ ຮອງເຈົ້າເມືອງວາປີ, ເມືອງລະຄອນເພັງ, ຕາງໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

error: Content is protected !!