ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກຂໍ້ຕົກລົງ ການສົ່ງອອກທັນຍາພືດ

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ວັນທີ 14 ມິຖຸນາ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ເປີດເຜີຍວ່າ: ຣັດເຊຍ ພວມພິຈາລະນາ ຖອນຕົວອອກຈາກ ຂໍ້ຕົກລົງ ການສົ່ງອອກ ທັນຍາພືດ ເນື່ອງຈາກ ທັນຍາພືດ ສ່ວນໃຫຍ່ ຂອງ ອູແກຣນ ຖືກຈຳໜ່າຍ ໃຫ້ແກ່ກຸ່ມ ປະເທດ ສະຫະພາບ ເອີຣົບ ທີ່ຮັ່ງມີ ຫລາຍກວ່າ ກຸ່ມປະເທດ ທີ່ພວມພັດທະນາ ຕາມທີ່ຕົກລົງໄວ້.

ທ່ານ ວາລາດີເມຍ ປູຕິນ ໄດ້ປະຊຸມກັບ ຄະນະ ຜູ້ບັນຊາການ ທະຫານ ແລະ ກ່າວວ່າ: ການສົ່ງອອກ ອາຫານ ເປັນໜຶ່ງ ໃນແຫລ່ງລາຍໄດ້ ຈາກ ເງິນຕາ ຕ່າງປະເທດ ຂອງ ອູແກຣນ , ໂດຍ ຣັດເຊຍ ເຮັດຂໍ້ຕົກລົງນີ້ ເພື່ອຊ່ວຍເຫລືອ ກຸ່ມປະເທດ ພວມທພັດທະນາ ລວມເຖິງຊ່ວຍ ຂະແໜງການ ທຸລະກິດ ກະສິກຳ ຂອງ ຣັດເຊຍ ໃຫ້ຫລຸດພົ້ນ ອອກຈາກ ການຂວໍ້າບາດ. ໃນກໍລະກີ ຣັດເຊຍ ຖອນຕົວອອກຈາກ ຂໍ້ຕົກລົງດັ່ງກ່າວ. ນອກນັ້ນ ຣັດເຊຍ ຈະຈັດສັນ ການຂົນສົ່ງ ທັນຍາພືດ ໃຫ້ແກ່ ກຸ່ມປະເທດ ທຸກຍາກ ທີ່ສຸດ ໂດຍບໍ່ຄິດໄລ່ ຄ່າໃຊ້ຈ່າຍ ໃຫ້ເທົ່າກັບ ທີ່ໄດ້ຮັບຈາກ ອູແກຣນ

error: Content is protected !!