ບັນດາປະເທດ ອາຊຽນ ຜ່ອນຜັນມາດຕະການເຂົ້າປະເທດໂດຍບໍ່ຕ້ອງກັກຕົວ ແລະ ບໍ່ກວດເຊື້ອ ໂຄວິດ

ຕາມການຖະແຫລງຂ່າວປະຈຳ ວັນທີ 4 ພຶດສະພາ 2022 ນີ້, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ປັດຈຸບັນນີ້, ບັນດາປະເທດ ອາຊຽນ ກໍເລີມມີການຜ່ອນຜັນບາງມາດຕະການ ເປັນ ຕົ້ນ ອະນຸຍາດບໍ່ໃສ່ຜ້າອັດປາກ-ດັງ ໃນສະຖານທີ່ສາທາລະນະ/ກາງແຈ້ງ ແຕ່ຍັງຮຽກຮ້ອງໃຫ້ທຸກຄົນໃສ່ຜ້າອັດປາກ-ດັງ ເວລາໄປໃນເຂດ ຫລື ພື້ນທີ່ທີ່ມີຄົນແອອັດ ລວມທັງຫ້າງຊັບພະສິນຄ້າ, ສະຖານທີ່ປິດ/ໃນຮົມ ແລະ ອື່ນໆ. ສໍາລັບຜູ້ທີ່ຈະເດີນທາງເຂົ້າປະເທດ ຖ້າສັກວັກຊິນຄົບ ແມ່ນບໍ່ຈຳເປັນກວດຫາ ໂຄວິດ-19 ສາມາດເຂົ້າປະເທດໄດ້ເລີຍ, ແຕ່ຜູ້ທີ່ບໍ່ທັນສັກວັກຊິນຄົບ ແມ່ນຕ້ອງຖືກເກັບຕົວຢ່າງກວດໂຄວິດ ແລະ ຖືກກັກບໍລິເວນຕາມຄະນະສະເພາະກິດແນະນຳ. ແຕ່ເຖິງຢ່າງໃດກໍມີຄວາມສ່ຽງ ທີ່ການຕິດເຊື້ອອາດຈະເພີ່ມຂຶ້ນ ເຊິ່ງພົບເຫັນຢູ່ຫລາຍປະເທດ ໃນ ຢູໂຣບ ຫລື ອາເມຣິກາ ທີ່ໄດ້ມີມາດຕະການເປີດປະເທດກ່ອນໜ້ານີ້ແລ້ວ ແຕ່ປະເທດເຫລົ່ານັ້ນ ກໍຍັງຖືວ່າສາມາດຄວບຄຸມສະພາບການລະບາດໄດ້.

ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຍັງໃຫ້ຮູ້ອີກວ່າ: ສຳລັບ ລາວ ເຫັນວ່າ ນີ້ຕົວເລກລາຍງານຜູ້ຕິດເຊື້ອໃໝ່ພາຍໃນປະເທດ ເພີ່ມຂຶ້ນບໍ່ຫລາຍ ທຽບໃສ່ມື້ວານນີ້ ແລະ ບໍ່ມີຜູ້ເສຍຊີວິດໃໝ່ ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍ່ຕ້ອງໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະໃນກຸ່ມຄົນທີ່ມີຄວາມສ່ຽງສູງເປັນຕົ້ນ ຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳຕົວ, ແມ່ຍິງຖືພາ ລວມທັງ ຜູ້ທີ່ບໍ່ໄດ້ຮັບການສັກຢາວັກຊິນ ລວມທັງເຂັມກະຕຸ້ນ ເພາະມີຄວາມສ່ຽງທີ່ຈະຕິດເຊື້ອ ແລ້ວມີອາການຮຸນແຮງ ຫລື ອາດກ້າວໄປເຖິງຂັ້ນເສຍຊີວິດໄດ້.

ຂໍ້ມູນຂ່າວ: ສຸກສະຫວັດ

error: Content is protected !!