ຜົນການສຶກສາວິໄຈ ຈາກມະຫາວິທະຍາໄລ ແຫ່ງ ແຄລິຟໍເນຍ ເບີກລີ ທີ່ນຳໂດຍ ແມັດທິວ ວອດເກີ ຫົວໜ້າຫ້ອງປະຕິບັດການ ນິວໂຣອິເມດຈິງ ແລະການຫຼັບທີ່ ເບີກລີ ກຳຈັດຂໍ້ສົງໄສ ກ່ຽວກັບການນອນຫຼັບທີ່ມີມາດົນແລ້ວ ວ່າ ເມື່ອຄົນເຮົາອາຍຸຫຼາຍຂຶ້ນແລ້ວ ນອນຫຼັບສະໜິດໜ້ອຍລົງນັ້ນ ເປັນເພາະຮ່າງກາຍຕ້ອງການ ການນອນຫຼັບໜ້ອຍລົງ ຫຼື ເປັນເພາະຄົນເຮົາບໍ່ສາມາດຫຼັບແຈບຈົມໄດ້ດົນ ເທົ່າທີ່ຕ້ອງການເມື່ອອາຍຸຫຼາຍຂຶ້ນ.
ການວິໄຈໃໝ່ນີ້ ມີຫຼັກຖານບົ່ງບອກວ່າ ເມື່ອຄົນເຮົາອາຍຸຫຼາຍຂຶ້ນ ຍັງຕ້ອງການນອນຫຼັບທໍ່ເກົ່າ ພຽງແຕ່ເຮັດບໍ່ໄດ້ເທົ່ານັ້ນ ເພາະທຳມະຊາດຂອງສັດໂລກທຸກຊະນິດ ຕ້ອງການການນອນ. ສາດສະດາຈານ ວອດເກີ ໃຫ້ເຫດຜົນວ່າ: ເນື່ອງຈາກການນອນເປັນສິ່ງຈຳເປັນຕໍ່ສິ່ງມີຊີວິດ ໃນກໍລະນີຂອງມະນຸດ ອະໄວຍະວະສຳຄັນໆທຸກຢ່າງ ລວມທັງລະບົບຕ່າງໆ ພາຍໃນຮ່າງກາຍ ລ້ວນແຕ່ຕ້ອງການໆນອນຫຼັບ ຈຶ່ງສາມາດເຮັດໜ້າທີ່ໄດ້ຕາມປົກກະຕິທີ່ຄວນຈະເປັນ. ເມື່ອຫຼາຍປີກ່ອນ ນັກວິທະຍາສາດ ເລີ່ມຄົ້ນພົບອີກວ່າ ການຂາດການນອນຫຼັບແຈບຈົມນັ້ນ ສົ່ງຜົນກະທົບໃຫ້ເກີດໂຣກຈຳນວນຫຼາຍ ນັບຕັ້ງແຕ່ໂຣກທີ່ກ່ຽວຂ້ອງກັບລະບົບຫົວໃຈ ແລະຫຼອດເລືອດ, ເບົາຫວານ ແລະໂຣກອ້ວນ. ໃນເວລາດຽວກັນກໍພົບອີກວ່າ ເມື່ອເຮົາອາຍຸຫຼາຍຂຶ້ນ ຄວາມສາມາດໃນການນອນຫຼັບແຈບແທ້ໆນັ້ນ ກໍຫຼຸດລົງເລື້ອຍໆ.
ວອດເກີ ແລະທີມວິໄຈ ລະບຸອີກວ່າ: ສາເຫດຂອງການນອນຫຼັບໜ້ອຍລົງເມື່ອຄົນອາຍຸສູງໄວຂຶ້ນນັ້ນ ເປັນຜົນມາຈາກ ການທີ່ສະໝອງຂອງເຮົາ ສູນເສຍການເຊື່ອມຕໍ່ລະຫວ່າງ ລະບົບປະສາດທີ່ເຮັດໜ້າທີ່ຮັບຄຳສັ່ງ ໃຫ້ນອນຫຼັບໄປນັ້ນເອງ ຊຶ່ງຈະແຕກຕ່າງຈາກສັດ. ເມື່ອທີມວິໄຈທົດລອງການຄົ້ນຫາ ແລະວັດແທກປະລິມານກັບຊະນິດ ຂອງສັນຍານທາງເຄມີ ທີ່ຫຼັ່ງອອກມາຂອງໜູທົດລອງອາຍຸໜ້ອຍ ກັບໜູທົດລອງອາຍຸຫຼາຍ ແລ້ວພົບວ່າ ເຄມີສັນຍານດັ່ງກ່າວ ບໍ່ໄດ້ປ່ຽນແປງໄປເລີຍ ບໍ່ວ່າໜູທົດລອງຈະອາຍຸຫຼາຍພຽງໃດ ສັນຍານທີ່ສົ່ງໄປຍັງສະໝອງຂອງຄົນ ເພື່ອໃຫ້ນອນຫຼັບກໍຍັງຄືກັນ ແຕ່ເກີດບັນຫາຂຶ້ນທີ່ໂຕຮັບສັນຍານດັ່ງກ່າວ ຊຶ່ງຈະຄ່ອຍໆ ຫຼຸດຄວາມສາມາດໃນການຮັບສັນຍານລົງ ເມື່ອອາຍຸຫຼາຍຂຶ້ນເລື້ອຍ. ສະນັ້ນ ສະໝອງຂອງຄົນອາຍຸຫຼາຍ ຈຶ່ງຮັບສັນຍານທີ່ຈັດການຄິວການນອນໄດ້ຫຼຸດໜ້ອຍລົງ ຄືກັນກັບເສົາຮັບສັນຍານວິທະຍຸ ທີ່ມີຂີດຄວາມສາມາດໃນການຮັບສັນຍານຫຼຸດໜ້ອຍລົງ ເຖິງວ່າຈະມີສັນຍານມາຄົງທີ່ເທົ່າເດີມກໍຮັບບໍ່ໄດ້.
ຜົນການວິໄຈຄັ້ງນີ້ ຊີ້ໃຫ້ເຫັນອີກວ່າ: “ຣີເຊບເຕີ” ຫຼື ໜ່ວຍຮັບສັນຍານການນອນຫຼັບ ໃນສະໝອງຂອງຄົນເຮົາ ເລີ່ມເສື່ອມລົງໃນທັນທີທີ່ຄົນເຮົາອາຍຸເຂົ້າສູ່ ຕອນປາຍຂອງອາຍຸ 20 ປີ ໄປຈົນເຖິງຕອນເລີ່ມຕົ້ນອາຍຸ 30 ປີ ບໍ່ໄດ້ເລີ່ມເກີດຂຶ້ນ ເມື່ອອາຍຸຫຼາຍ. ຢ່າງໃດກໍຕາມ ຂີດຄວາມສາມາດທີ່ຫຼຸດລົງດັ່ງກ່າວ ເກີດຂຶ້ນເລື້ອຍໆຢ່າງຕໍ່ເນື່ອງ. ດັ່ງນັ້ນ ເມື່ອຄົນເຮົາອາຍຸຮອດ 50 ປີ ຄວາມສາມາດໃນການຮັບສັນຍານຂອງ ຣີເຊບເຕີ່ ກໍຈະຫຼຸດລົງເຫຼືອພຽງ 50% ຂອງຄວາມສາມາດເມື່ອຕອນອາຍຸ 20 ປີ. ສະນັ້ນ ຄົນອາຍຸ 50 ປີ ຈຶ່ງມີຄວາມສາມາດໃນການນອນແຈບຈົມ ພຽງ 50% ຂອງຕອນທີ່ມີອາຍຸ 20 ປີ. ເມື່ອອາຍຸເຖິງ 70 ປີ ຄົນເຮົາຈະມີຄວາມສາມາດ ໃນການນອນຫຼັບ ທີ່ມີຄຸນນະພາບແທ້ໆເຫຼືອໜ້ອຍລົງ ໂດຍຈະຫຼັບໆຕື່ນໆ.
ຈົນເຖິງປັດຈຸບັນນີ້ ຍັງມີການວິໄຈຢູ່ໜ້ອຍໃນການພັດທະນາຢາ ເພື່ອແກ້ບັນຫາການນອນບໍ່ຫຼັບ ແລະທີ່ມີ ກໍບໍ່ໄດ້ແກ້ທີ່ຕົ້ນເຫດຂອງບັນຫາ ຄື ຢານັ້ນ ຈະເຮັດໃຫ້ເຮົາບໍ່ຕື່ນຂຶ້ນມາຕອນກາງຄືນເທົ່ານັ້ນ ຊຶ່ງຄວາມຈິງແລ້ວ ມັນບໍ່ໄດ້ເຮັດໃຫ້ເຮົາຫຼັບແບບແຈບຕົມແບບທຳມະຊາດແທ້ໆ.