ອີງຕາມການລາຍງານຂອງເຈົ້າໜ້າທີ່ ພະແນກຕຳຫລວດຈະລາຈອນ ນະຄອນຫລວງ ວຽງຈັນ ໃນວັນທີ 17 ເມສາ 2022 ວ່າ: ໃນລະຫວ່າງວັນທີ 14-16 ເມສາ 2022 ຂອງບຸນປີໃໝ່ລາວ ພ.ສ 2565 ທົ່ວນະຄອນຫລວງ ວຽງຈັນ ມີອຸບັດຕິເຫດເກີດຂຶ້ນທັງໝົດ 23 ກໍລະນີ ໃນນີ້ ມີຄົນເສຍຊີວິດຈຳນວນ 7 ຄົນ ຍິງ 2 ຄົນ ທຽບໃສ່ປີທີ່ຜ່ານມາ ການເກີດອຸບັດເຫດແມ່ນເພີ່ມຂຶ້ນ 5 ກໍລະນີ ແຕ່ຄົນເສຍຊີວິດແມ່ນຫລຸດລົງ 1 ຄົນ.
ຜົນເສຍຫາຍມີພາຫະນະເປ່ເພເລັກໜ້ອຍ 16 ຄັນ, ສົມ ຄວນ 24 ຄັນ ໃຊ້ການບໍ່ໄດ້ 2 ຄັນ ມີຄົນໄດ້ ຮັບບາດເຈັບເລັກໜ້ອຍ 8 ຄົນ ສົມຄວນ 15 ຄົນ ສາຫັດ 6 ຄົນ. ສຳລັບເມືອງທີ່ເກີດອຸບັດເຫດ ມີເມືອງ ຈັນທະບູລີ, ໄຊທານີ, ເມືອງລະ 5 ລາຍ, ສີໂຄດຕະບອງ ໄຊເສດຖາ ເມືອງລະ 4 ລາຍ, ສີສັດຕະນາກ, ປາກງື່ມ ເມືອງລະ 2 ລາຍ ແລະ ຫາດຊາຍຟອງ 1 ລາຍ.
ສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດໃນແຕ່ລະຄັ້ງທີ່ເຮັດໃຫ້ມີຜູ້ບາດເຈັບ ແລະ ເສຍຊີວິດນັ້ນ ຍ້ອນຜູ້ຂັບຂີ່ລົດລະເມີດກົດລະບຽບການສັນຈອນ ຂັບຂີ່ໃນຂະນະທີ່ມຶນເມົາ, ຂັບຂີ່ບໍ່ໃສ່ໝວກກັນກະທົບ, ຂັບຂີ່ໄວເກີນກຳນົດ, ປ່ຽນທິດທາງເດີນ, ແຊງບໍ່ຮັບປະກັນ, ບໍ່ປ່ອຍສິດເວລາອອກສູ່ທາງໃຫຍ່, ລ່ວງໄຟແດງ, ລ່ວງປ້າຍຫ້າມ, ຈອດລົດຊະຊາຍ, ຂັບຂີ່ລົດເປັນພຶ່ງເປັນແພ ແລະ ອື່ນໆ.
He is one of only two players in school history to earn conference tournament MVP honors. Competence Centre The Centre for International Light Art considers itself as the institution and competence centre that focuses on light art in its broadest sense.