ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ສ້າງພະລັງຂັບເຄື່ອນ ອັນເຂັ້ມແຂງໃຫ້ແກ່ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ຄຽງຄູ່ກັບ ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫລື RCEP ເລີ່ມມີຜົນບັງຄັບໃຊ້ຕໍ່ ຟິລິບປິນ ໃນວັນທີ 2 ມິຖຸນານີ້, 15 ປະເທດ ສະມາຊິກຂອງ RCEP ໄດ້ສຳເລັດຂັ້ນຕອນເລີ່ມມີຜົນບັງຄັບໃຊ້ທັງໝົດ ເຊິ່ງເປັນຂີດໝາຍສະແດງໃຫ້ເຫັນວ່າ ເຂດການຄ້າເສລີທີ່ກວມເອົາ ປະຊາກອນຫລາຍທີ່ສຸດ, ມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນການພັດທະນາຫລາຍທີ່ສຸດໃນໂລກໄດ້ກ້າວເຂົ້າສູ່ໄລຍະໃໝ່ແຫ່ງການປະຕິບັດຢ່າງຮອບດ້ານ. ບຸກຄົນວົງການດັ່ງກ່າວມີ ຄວາມເຫັນໂດຍທົ່ວໄປວ່າ ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ຈະຊຸກຍູ້ໃຫ້ປະເທດສະມາຊິກຊຸກຍູ້ການຄ້າ ແລະການລົງທຶນເຊິ່ງກັນ ແລະກັນ ແລະສ້າງພະລັງເຂັ້ມແຂງໃຫ້ແກ່ການເຊື່ອມໂຍງເຂົ້າກັນຂອງ ເສດຖະກິດພາກພື້ນ.

ປັດຈຸບັນ, ສະຖານະການສາກົນບໍ່ໝັ້ນຄົງ, ສະພາບແວດລ້ອມ ດ້ານການເງິນສາກົນສືບຕໍ່ມີຄວາມປັ່ນປ່ວນ, ກະແສຝືນໂລກາວິວັດ ແລະລັດທິປົກປ້ອງການຄ້າເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການພັດທະນາຂອງ ເສດຖະກິດໂລກຍັງຜະເຊີນໜ້າກັບຄວາມແນ່ນອນຢ່າງຫລວງຫລາຍ. ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ຈະຮັດແໜ້ນມານະຈິດ ແລະຄວາມຕັດສິນໃຈຂອງບັນດາປະເທດສະມາຊິກໃນການຮ່ວມກັນສ້າງ ລະບົບການຄ້າຫລາຍຝ່າຍ ເຊິ່ງບໍ່ພຽງແຕ່ສາມາດເປີດກວ້າງ ແລະລົງ ເລິກການຮ່ວມມືພາກພື້ນອາຊີຕາເວັນອອກເທົ່ານັ້ນ, ຍັງຈະກາຍເປັນ ພະລັງຊຸກດັນອັນສຳຄັນໃນການຊຸກຍູ້ການພັດທະນາອັນຍາວໄກຂອງ ເສດຖະກິດໂລກ.

ນັບແຕ່ RCEP ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການເປັນເວລາຫລາຍ ກວ່າ 1 ປີມານີ້, ສັນຍາດັ່ງກ່າວໄດ້ສ້າງຜົນປະໂຫຍດໃຫ້ແກ່ການເຕີບໂຕ ຂອງການຄ້າການລົງທຶນ ແລະການຟື້ນຟູເສດຖະກິດໃນພາກພື້ນຢ່າງ ບໍ່ຢຸດຢັ້ງ, ພາກພື້ນອາຊີຕາເວັນອອກໄດ້ສືບຕໍ່ກາຍເປັນເຂດແຄວ້ນທີ່ພົ້ນ ເດັ່ນດ້ານການລົງທຶນໃນໂລກ. ໃນປີ 2022, ຈີນໄດ້ສົ່ງອອກຜະລິດຕະພັນ 8.700 ຕື້ຢວນຕໍ່ປະເທດສະມາຊິກອື່ນໆຂອງ RCEP ເຊິ່ງໄດ້ເພີ່ມຂຶ້ນ 8,5%. ອີງຕາມການຄາດຄະເນຂອງສະຖາບັນຄົນຄວ້າເສດຖະກິດສາກົນປີເຕີຊັນ ຫລື PIIE ສະແດງໃຫ້ເຫັນວ່າ ເມື່ອຮອດປີ 2030, RCEP ຈະຊຸກຍູ້ GDP ທົ່ວໂລກເພີ່ມຂຶ້ນ 186 ຕື້ໂດລາສະຫະລັດໃນແຕ່ລະປີ; ເມື່ອຮອດປິ 2035, RCEP ຈະຊຸກຍູ້ອັດຕາການເຕີບໂຕຂອງ GDP ອາຊຽນເພີ່ມຂຶ້ນ 4,47%.

ພາຍຫລັງ RCEP ມີຜົນບັງຄັບໃຊ້ຢ່າງຮອບດ້ານແລ້ວ, ໃນທີ່ສຸດ 90% ຂຶ້ນໄປຂອງການຄ້າສິນຄ້າປະເພດຈັບຕ້ອງໄດ້ພາຍໃນພາກພື້ນຈະບັນລຸການປອດພາສີ ແລະພາກພື້ນດັ່ງກ່າວຈະກາຍເປັນເຂດການຄ້າເສລີທີ່ມີ ປະຊາກອນຫລາຍທີ່ສຸດ ແລະມີຂະໜາດເສດຖະກິດການຄ້າໃຫຍ່ທີ່ສຸດ ໃນໂລກ. 15 ປະເທດສະມາຊິກໃຫ້ຄຳໝັ້ນສັນຍາເປິດປະຕູຕະຫລາດສິນຄ້າ ປະເພດຈັບຕ້ອງໄດ້, ຕະຫລາດການບໍລິການ ແລະຕະຫລາດການລົງທຶນ ເຊິ່ງກັນ ແລະກັນ, ບວກກັບການປະຕິບັດກະຕິກາທີ່ມີລະດັບສູງໃນຂົງ ເຂດຕ່າງໆ ເຊິ່ງຈະຊຸກຍູ້ການສັນຈອນຂອງປັດໄຈການຜະລິດຕ່າງໆ ຢ່າງເສລີພາຍໃນພາກພື້ນເຊັ່ນ: ວັດຖຸດິບ, ຜະລິດຕະພັນ, ເຕັກໂນໂລຊີ, ຜູ້ມີຄວາມຮູ້ຄວາມສາມາດ, ທຶນຮອນ, ຂໍ້ມູນຂ່າວສານ ແລະອື່ນໆ, ຊຸກຍູ້ ສ້າງໃຫ້ເປັນຕະຫລາດໃຫຍ່ທີ່ເຊື່ອມໂຍງເຂົ້າກັນຂອງພາກພື້ນທີ່ມີຄວາມ ຈະເລີນຮຸ່ງເຮືອງຫລາຍກວ່າເກົ່າເປັນກ້າວໆ ແລະຊຸກຍູ້ການເປີດປະຕູ ແລະການຮ່ວມມືລະຫວ່າງປະເທດສະມາຊິກທີ່ມີຂອບເຂດໃຫຍ່ກວ່າເກົ່າ, ມີລະດັບສູງກວ່າເກົ່າ ແລະມີຄວາມເລິກຫລາຍກວ່າເກົ່າ.

ໃນຖານະເປັນປະເທດສະມາຊິກໃຫຍ່ທີ່ສຸດຂອງ RCEP, ຈີນເປັນຜູ້ປົກ ປ້ອງລະບົບການຄ້າເສລີ ແລະເປັນຜູ້ຊຸກຍູ້ RCEP ຢ່າງຕັ້ງໜ້າມາໂດຍຕະ ຫລອດ. ຕາມສະຖິຕິໃນປີ 2022, ມູນຄ່າການນຳເຂົ້າ-ສົ່ງອອກລະຫວ່າງ ຈີນກັບປະເທດສະມາຊິກອື່ນໆຂອງ RCEP ໄດ້ບັນລຸເຖິງ 12.950 ຕື້ໂດລາ ສະຫະລັດເຊິ່ງໄດ້ເພີ່ມຂຶ້ນ 7,5% ແລະກວມເອົາ 30,8% ຂອງມູນຄ່າການຄ້າ ນຳເຂົ້າ-ສົ່ງອອກຂອງຈີນ.

ການມີຜົນບັງຄັບໃຊ້ຢ່າງຮອບດ້ານຂອງ RCEP ໄດ້ສ່ອງແສງໃຫ້ເຫັນເຖິງ ຄວາມຕັດສິນໃຈ ແລະການເຄື່ອນໄຫວຂອງ 15 ປະເທດໃນການສະໜັບ ສະໜູນລະບົບການຄ້າຫລາຍຝ່າຍທີ່ເປີດກວ້າງ, ເສລີ, ສະເໝີພາບ, ກວມ ລວມ ແລະຖືກະຕິກາເປັນພື້ນຖານ, ຈະສ້າງພະລັງຂັບເຄື່ອນອັນເຂັ້ມ ແຂງໃຫ້ແກ່ການເຊື່ອມໂຍງເຂົ້າກັນຂອງເສດຖະກິດພາກພື້ນ ແລະຍົກສູງ ລະດັບຄວາມເສລີ ແລະຄວາມສະດວກຂອງການຄ້າການລົງທຶນຢູ່ອາຊີ ຕາເວັນອອກ.

error: Content is protected !!