ປະທານສະພາແຫ່ງຊາດ ເນັ້ນໃຫ້ເຊກອງເອົາໃຈໃສ່ໃນການປະຕິບັດວຽກງານບາງບັນຫາທີ່ສຳຄັນ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງ ເຊກອງ ໃນວັນທີ 4 ພຶດສະພາ 2022 ນີ້, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ຄະນະພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ອົງການປົກຄອງ ແຂວງ ເຊກອງ ເອົາໃຈໃສ່ການປະຕິບັດວຽກງານບາງບັນຫາທີ່ສຳຄັນ ໂດຍສະເພາະ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ມາດຕະການຕ້ານກັບການລະບາດຂອງ ພະຍາດ ໂຄວິດ-19 ແລະ ການທ່ອງທ່ຽວສີຂຽວ.

ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ເພີ່ມທະວີຄວາມເອົາໃຈໃສ່ ຈັດຕັ້ງຜັນຂະຫຍາຍແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຢ່າງທົ່ວເຖິງ ແລະ ເລິກເຊິ່ງ, ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ ໃຫ້ເຂັ້ມແຂງ, ໜັກແໜ້ນ, ສະກັດກັ້ນອາດສະຍາກໍາຕ່າງໆຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ, ເອົາໃຈໃສ່ການຄຸ້ມຄອງສໍາມະໂນຄົວ, ການຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ; ເພີ່ມທະວີການນໍາພາ-ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ນໍາໃຊ້ທ່າແຮງບົ່ມຊ້ອນຂອງແຂວງ ເພື່ອສຸມທຶນຮອນ, ເຕັກນິກວິຊາການ ເຂົ້າໃສ່ການຜະລິດເປັນສິນຄ້າຂອງປະຊາຊົນ, ສົ່ງເສີມການຜະລິດກະສິກໍາເປັນກຸ່ມ, ເປັນຟາມເພື່ອຂະຫຍາຍ ຖານການຜະລິດໃຫ້ກວ້າງໃຫຍ່ ແລະ ມີຜົນຜະລິດຈໍານວນຫລາຍ, ມີທ່າແຮງໃນການເຂົ້າເຖິງແຫລ່ງທຶນ ແລະ ການເຂົ້າເຖິງຕະຫລາດທີ່ມີປະສິດທິພາບ; ເພີ່ມທະວີຄວາມເອົາໃຈ ໃສ່ ໃນການນໍາພາຊີ້ນໍາ ຂະແໜງການທີ່ກ່ຽວຂ້ອງໃນການຕິດຕາມ, ຊຸກຍູ້ໂຄງການລົງທຶນດັ່ງກ່າວ ໃຫ້ນໍາຜົນປະໂຫຍດສູງສຸດມາສູ່ປະເທດຊາດ ກໍຄື ຜົນປະໂຫຍດຂອງແຂວງເຊກອງ ຕາມກົດໝາຍກໍານົດ, ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາທ້ອງຖິ່ນ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ; ຕິດຕາມ, ກວດກາ ການປົກປັກຮັກສາສິ່ງແວດລ້ອມທໍາມະຊາດ, ແກ້ໄຂຜົນກະທົບທາງສັງຄົມ ຈາກໂຄງການ ໂດຍມີການຊົດເຊີຍທີ່ສົມເຫດສົມຜົນ; ເພີ່ມທະວີການນໍາພາຊີ້ນໍາ ວຽກງານການພັດທະນາຊັບພະຍາກອນມະນຸດ ໃຫ້ໄປຕາມແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງທີ່ວາງອອກ ທັງຮັບປະກັນຄຸນນະພາບ, ສາມາດສ້າງບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ເພື່ອສະໜອງໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ມີປະສິດທິຜົນສູງ.

ສ່ວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ສະເໜີໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງເຊກອງ ເພີ່ມທະວີ ການໂຄສະນາເຜີຍແຜ່ຢ່າງກວ້າງຂວາງ ແລະ ຖືເອົາວາລະແຫ່ງຊາດ ເປັນພາລະກິດທົ່ວປວງຊົນ ເຊິ່ງສະມາຊິກພັກ, ພະນັກງານ-ລັດຖະກອນ ກໍຄື ພໍ່ແມ່ປະຊາຊົນບັນດາເຜົ່າ ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງປະຕິບັດ; ເອົາໃຈ ໃສ່ຕິດຕາມ, ເກັບກໍາຂໍ້ມູນຖານລາຍຮັບທີ່ມີໃຫ້ຄົບຖ້ວນ, ຕິດຕາມ, ຊຸກຍູ້ ການສ້າງຖານລາຍຮັບໃໝ່ໃຫ້ມີຄວາມໝັ່ນຄົງ ແລະ ມີຈໍານວນເພີ່ມຂຶ້ນ ເພື່ອເປັນກໍາລັງແຮງໃຫ້ແກ່ການເກັບລາຍຮັບເຂົ້າງົບປະມານແຫ່ງລັດ; ເອົາໃຈໃສ່ຄຸ້ມຄອງການເກັບລາຍຮັບງົບປະມານບໍ່ໃຫ້ຮົ່ວໄຫລ ດ້ວຍການນໍາໃຊ້ເຄື່ອງມືເອເລັກໂຕຣນິກທີ່ທັນສະໄໝ ເຂົ້າໃນການເກັບລາຍຮັບ, ມີການຕິດຕາມ, ກວດກາຢ່າງເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງລາຍຈ່າຍ ແລະ ຈັດຕັ້ງປະຕິບັດດາມາດຕະການປະຢັດ, ເຂັ້ມງວດວິໄນລາຍຈ່າຍ, ປະຢັດລາຍຈ່າຍບໍລິ ຫານ ແລະ ການລົງທຶນຂອງລັດ.

ທ່ານປະທານສະພາ ໄດ້ເນັ້ນຕື່ມວ່າ: ດ້ານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ຄະນະພັກ, ສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ສືບຕໍ່ເອົາໃຈໃສ່ຊີ້ນໍາອົງການປົກ ຄອງແຕ່ລະຂັ້ນຕິດຕາມ, ເກັບກໍາຂໍ້ມູນ ການລະ ບາດຂອງພະຍາດ ໂຄວິດ-19 ຢູ່ແຕ່ລະທ້ອງຖິ່ນ ເພື່ອສາມາດກໍາໄດ້ສະພາບ ແລະ ແກ້ໄຂບັນຫາໃຫ້ທັນເວລາ, ຕິດຕາມ, ຊຸກຍູ້ພໍ່ແມ່ປະຊາຊົນພາຍໃນແຂວງ ໃນການສັກຢາວັກຊິນໃຫ້ຄົບຖ້ວນ ແລະ ບັນລຸຕາມມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວາງອອກ, ເພີ່ມທະວີຄວາມເອົາໃຈໃສ່ການປ້ອງກັນການລະບາດຂອງພະຍາດໂຄວິດ-19 ຢູ່ໂຮງຮຽນຕ່າງໆ ໂດຍສະເພາະ ໂຮງຮຽນທີ່ຢູ່ເຂດຫ່າງໄກສອກຫລີກ ໃຫ້ມີຄວາມຮັບປະກັນ ດ້ວຍການສະໜອງອຸປະກອນປ້ອງກັນທີ່ຈໍາເປັນ ເພື່ອບໍ່ໃຫ້ລູກຫລານຕົກຢູ່ໃນຄວາມສ່ຽງ. ພ້ອມກັນນີ້, ໃຫ້ນໍາພາຊີ້ນໍາພາກສ່ວນກ່ຽວຂ້ອງຂອງແຂວງ ວາງແຜນການທ່ອງທ່ຽວສີຂຽວຂອງແຂວງ, ຄົ້ນຄວ້າ, ຜັນຂະຫຍາຍບັນດານິຕິກໍາທີ່ກ່ຽວ ຂ້ອງຂອງລັດຖະບານ ໂດຍສະເພາະ ບັນດາມາດຕະການທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນຕົນ ມີຄວາມສອດຄ່ອງ ແລະ ໄດ້ຮັບຜົນສໍາເລັດ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

error: Content is protected !!