ຄູ່ຮ່ວມມືດ້ານສື່ມວນຊົນ ອາຊຽນ-ຈີນສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື

ກອງປະຊຸມ ເວທີປຶກສາຫາລືຄູ່ຮ່ວມມືດ້ານສື່ມວນຊົນ ອາຊຽນ-ຈີນ 2023 ພາຍໃຕ້ຫົວຂໍ້ “ປະດິດສ້າງ ຮ່ວມມື ອະນາຄົດ” ຈັດຂຶ້ນໃນວັນທີ 6 ມິຖຸນາ 2023, ທີ່ນະຄອນໜານໜິງ ເຂດປົກຄອງຈ້ວງ ກວາງຊີ ສປ ຈີນ, ຮ່ວມເປັນເຈົ້າພາບໂດຍ ສະຖານີວິທະຍຸ-ໂທລະພາບສູນກາງຈີນ(CMG) ແລະ ເຂດປົກຄອງ ຈ້ວງ ກວາງຊີ ເພື່ອເປັນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ໃນຫລາຍຂົງເຂດລະຫວ່າງສື່ມວນຊົນຂອງຈີນ ກັບສື່ມວນຊົນບັນດາປະເທດອາຊຽນ ໃຫ້ນັບມື້ແໜ້ນແຟ້ນຕໍ່ໄປໃນອະນາຄົດ, ພ້ອມກັນຮັບປະກັນດ້ານຂໍ້ມູນຂ່າວສານທີ່ຖືກຕ້ອງ, ຫລາກຫລາຍ ແລະ ປະດິດສ້າງໃນການເຜີຍແຜ່ສູ່ສັງຄົມ.

ໃນກອງປະຊຸມ, ມີຄະນະສື່ມວນຊົນຈາກສໍານັກຂ່າວຕ່າງໆຂອງບັນດາປະເທດອາຊຽນ ແລະ ຈີນເຂົ້າຮ່ວມ 100 ກວ່າຄົນ. ໃນນັ້ນ, ຄະນະສື່ມວນຊົນລາວ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີສໍານັກຂ່າວສານປະເທດລາວ ແລະ ໂທລະພາບແຫ່ງຊາດລາວ ເຊິ່ງບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນ ໂດຍເນັ້ນຢໍ້າສືບຕໍ່ການຮ່ວມມືແບບທະວິພາຄີສູ່ອະນາຄົດ ເພື່ອເສີມຂະຫຍາຍການຮ່ວມມືໃນພາກພື້ນ.

ທ່ານ ສີ ຈົງຈຸ້ນ ເລຂາທິການໃຫຍ່ສູນອາຊຽນຈີນ ໄດ້ກ່າວຕໍ່ກອງປະຊຸມ ມີບາງເນື້ອໃນສໍາຄັນວ່າ: ສື່ມວນຊົນຈີນ ແລະ ອາຊຽນ ມີບົດບາດສຳຄັນໃນການສົ່ງເສີມການຮ່ວມມື ແລະ ການຕິດຕໍ່ພົວພັນຂອງທັງສອງຝ່າຍ, ເສີມຂະຫຍາຍຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ສົ່ງເສີມສັນຕິພາບ ແລະ ການພັດທະນາໃນພາກພື້ນ ເຊິ່ງຄຳຂວັນຂອງເວທີປຶກສາຫາລືໃນຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມຄາດຫວັງຂອງທຸກຝ່າຍ. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ສື່ມວນຊົນຂອງທັງສອງຝ່າ ຍເສີມຂະຫຍາຍການຮ່ວມມື, ໃຊ້ສ່ອງທາງຕິດຕໍ່ສື່ສານທີ່ມີຫົວຄິດປະດິດສ້າງ ເພື່ອບໍາລຸງຮັກສາສັນຕິພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

ທ່ານ ຄໍາເຜີຍ ພິລາພາ ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ ໄດ້ຕາງໜ້າຄະນະສື່ມວນຊົນລາວ ກ່າວຄໍາເຫັນຕໍ່ກອງປະຊຸມ ໂດຍໄດ້ກ່າວຊົມເຊີຍເຈົ້າພາບ ທີ່ໄດ້ຈັດກອງປະຊຸມນີ້ຕໍ່ເນື່ອງທຸກປີ ເພື່ອເປັນການສືບຕໍ່ເສີມຂະຫຍາຍ ການຮ່ວມມືອັນດີລະຫວ່າງ ສໍານັກຂ່າວບັນດາປະເທດອາຊຽນ ແລະ ຈີນ, ພ້ອມທັງຍົກໃຫ້ເຫັນວ່າ ປີນີ້ເປັນປີຄົບຮອບ 10 ປີ ຂອງການຈັດຕ້ັັ້ງປະຕິບັດ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ເປັນຜູ້ລິເລີ່ມ ໂດຍໃນ 10 ປີຜ່ານມາ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໄດ້ຮັບການຕອບຮັບ ແລະ ຈັດຕັ້ງປະຕິບັດຢ່າງປະສົບຜົນສຳເລັດໃນຫລາຍປະເທດທົ່ວໂລກ. ຂະນະດຽວກັນ ເສັ້ນທາງ ລົດໄຟລາວ-ຈີນ ທີ່ເປັນໂຄງການສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກໍາລັງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ແລະ ໄດ້ສ້າງເງື່ອນໄຂເອື້ອອຳນວຍໃຫ້ກັບການຂົນສົ່ງ ແລະ ໂລຈິດສະຕິກ ໃນພາກພື້ນອາຊຽນ ອີກດ້ວຍ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ສື່ມວນຊົນ ອາຊຽນ ແລະ ຈີນ ເພີ່ມຄວາມພະ ຍາຍາມຮ່ວມກັນໃນການສົ່ງເສີມວຽກນະວັດຕະກຳສື່, ພ້ອມກັນສ້າງສື່ທີ່ມີລັກສະນະສ້າງສັນ, ປະຊາ ຊົນມີສ່ວນຮ່ວມ, ຖືກຕ້ອງ ແລະ ທັນການ, ໄດ້ສະເໜີໃຫ້ ສປ ຈີນ ກໍຄື ປະເທດສະມາຊິກອາຊຽນ ອື່ນໆ ທີ່ມີຄວາມເຂັ້ມແຂງທາງດ້ານນະວັດຕະກຳດີຈິຕອນ ຂຸດຄົ້ນທ່າແຮງ ຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ກໍຄື ກົນໄກອື່ນໆທີ່ມີໃນປັດຈຸບັນ ເພື່ອສົ່ງເສີມວຽກງານນະວັດຕະກຳ ແລະ ໃຫ້ການຊ່ວຍເຫລືອບັນດາປະເທດນ້ອຍ ໃຫ້ມີການສົ່ງເສີມວຽກງານນະວັດຕະກຳຫລາຍຂຶ້ນກວ່າເກົ່າ.

error: Content is protected !!