ປກສ ເຊກອງ ເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ 115 ເລື່ອງ

ຕາມການລາຍງານຂອງທ່ານ ພັ.ອ ຄຳບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ໃນໄລຍະກາງສະໄໝ ກອງບັນຊາການ ປກສ ແຂວງເຊກອງ ສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ທັງໝົດ 115 ເລື່ອງ, ຈັບຜູ້ຕ້ອງຫາໄດ້ 117 ຄົນ, ຍິງ 9 ຄົນ, ຢຶດຂອງກາງ ປະເພດຢາເສບຕິດໄດ້ 90.228 ເມັດ, ລົດໃຫຍ່ 1 ຄັນ, ລົດຈັກ 31 ຄັນ, ໂທລະສັບ 94 ໜ່ວຍ, ປືນດັດແປງ-ປືນແກັບ 4 ກະບອກ, ລູກປືນຊະນິດຕ່າງໆ 74 ລູກ, ລູກໂບກຝາລະເບີດ 4 ລູກ, ລູກແກັບ 300 ລູກ, ອຸປະກອນຄວບຄຸມລະເບີດ 2 ອັນ, ເງິນກີບ 27 ລ້ານກວ່າກີບ, ເງິນດົງ ແລະ ເງິນໂດລາຈໍານວນໜຶ່ງ.

ພ້ອມນີ້, ໄດ້ເອົາໃຈໃສ່ເກັບກໍາຂໍ້ມູນ ຂຶ້ນບັນຊີເປົ້າໝາຍຜູ້ກ່ຽວຂ້ອງກັບຢາເສບຕິດ ທັງໝົດ 2.131 ຄົນ ໃນນີ້, ເປົ້າໝາຍຄ້າ-ຂາຍຢາເສບຕິດ 220 ຄົນ ແລະ ເປົ້າໝາຍມົ້ວສຸມເສບຢາເສບຕິດ 1.911 ຄົນ; ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນໄດ້ 383 ລາຍ ໃນນີ້, ມີພາຫານະເປ້ເພທັງໝົດ 633 ຄັນ, ມີຜູ້ໄດ້ຮັບບາດເຈັບເລັກນ້ອຍ 333 ຄົນ, ເຈັບສົມຄວນ 228 ຄົນ, ເຈັບສາຫັດ 66 ຄົນ ແລະ ເສຍຊີວິດ 61 ຄົນ ລວມມູນຄ່າເສຍຫາຍທັງໝົດ 5,7 ຕື້ກວ່າກີບ; ໄດ້ຂຶ້ນທະບຽນສໍາມະໂນຄົວ 19.567 ຄອບຄົວ ກວມເອົາ 90,52% ຂອງຄອບຄົວທັງໝົດທົ່ວແຂວງ.

ທ່ານ ພັ.ອ ຄໍາບານ ພົມມະນີວົງ ໃຫ້ຮູ້ຕື່ມວ່າ: ໃນໄລຍະທ້າຍສະໄໝ ກອງບັນຊາການ ປກສ ແຂວງ ຈະສືບຕໍ່ຫັນພະນັກງານລົງກໍສ້າງຮາກຖານການເມືອງ ເພື່ອນໍາພາ-ຊີ້ນໍາປັບປຸງແບບແຜນນໍາພາ-ວິທີເຮັດວຽກຂອງ ປກສ ບ້ານ ໃຫ້ຮູ້ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ, ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ຈັດສັນຄວາມເປັນລະບຽບພາຍໃນບ້ານ, ເຮັດໃຫ້ຄອບຄົວ, ຮາກຖານບ້ານມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ປຸກລະດົມປະຊາຊົນພາຍໃນບ້ານ ໃຫ້ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ, ມີຄວາມສາມັກຄີປອງດອງ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ ພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ.

error: Content is protected !!