ລັດສະໝີ ສີປະເສີດ ປະເດີມຫຼຽນເງິນ ຫຼຽນທຳອິດ ໃຫ້ທັບນັກກິລາຄົນພິການລາວ ໃນອາຊຽນພາຣາເກມ ທີ່ຣາຊະອານາຈັກກຳປູເຈຍ

ນາງ ລັດສະໝີ ສີປະເສີດ ຄວ້າ 1 ຫຼຽນເງິນ ຫຼຽນທຳອິດ ແລະ 1 ຫຼຽນທອງ ຫຼຽນທີ 2 ໃນຮຸ່ນນໍ້າໜັກ 41 ກິໂລກຼາມຍິງ ໃຫ້ທັບນັກກິລາຄົນພິການລາວ ໃນການແຂ່ງຂັນກິລາຍົກນໍ້າໜັກຄົນພິການອາຊຽນ ໃນງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນພາຣາເກມ ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ ຮັບກຽດເປັນເຈົ້າພາບລະຫວ່າງວັນທີ 3-9 ມິຖຸນາ 2023.
ການແຂ່ງຂັນກິລາຍົກນໍ້າໜັກຄົນພິການອາຊຽນ ພາຣາເກມ ໄດ້ເປີດສາກຂຶ້ນ ໃນວັນທີ 4 ມິຖຸນາ ຜ່ານມາ ທີ່ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນລາງວັນຕ່າງໆໃຫ້ແຕ່ລະປະເທດໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ສສກ, ມີທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ສສກ ທັງເປັນຮອງປະທານ ແລະ ເລຂາທິການ ຄະນະກຳມະການພາຣາແລມປິກແຫ່ງຊາດລາວ, ຫົວໜ້າຄະນະນຳພານັກກິລາຄົນພິການລາວ ພ້ອມຕາງໜ້າຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດກອງເຊຍຊາວກຳປູເຈຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ສຳລັບການແຂ່ງຂັນກິລາຍົກນໍ້າໜັກ ງານກິລາອາຊຽນພາຣາເກມ ມີການຊີງໄຊທັງໝົດ 38 ລາຍການ ສະເພາະສປປ ລາວ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 3 ຄົນ ຈາກ 6 ລາຍການ ກໍຄື ນາງ ລັດສະໝີ ສີປະເສີດ ຮຸ່ນນໍ້າໜັກ 41 ກິໂລກຼາມຍິງ, ທ້າວ ເອື້ອຍ ສີມາຍ ຮຸ່ນນໍ້າໜັກ 54 ກິໂລກຼາມຊາຍ ແລະ ທ້າວ ເປ້ຍ ລາວພັກດີ ຮຸ່ນນໍ້າໜັກ 49 ກິໂລກຼາມຊາຍ ທັງ 3 ຄົນ ໄດ້ລົງແຂ່ງຂັນໃນມື້ດຽວກັນ ໂດຍສະເພາະແມ່ນ ນາງ ລັດສະໝີ ສີປະເສີດ ອີກໜຶ່ງຄວາມຫວັງຫຼຽນຂອງທັບນັກກິລາຍົກນໍ້າຄົນພິການລາວ ກໍເຮັດໃຫ້ບໍ່ຜິດຫວັງ ສາມາດຍາດໄດ້ 1 ຫຼຽນເງິນ ແລະ 1 ຫຼຽນທອງ

ສຳລັບ ຫຼຽນເງິນ ຫຼຽນທຳອິດຂອງທັບນັກກິລາລາວ ໄດ້ຈາກປະເພດຍົກຄະແນນລວມ ສ່ວນຫຼຽນຄຳ ເປັນຂອງ ນາງ Maridol ນັກກິລາຈາກ ຟິລິບປິນ ແລະ ຫຼຽນທອງ ເປັນຂອງ ນາງ Eneng Paridah ນັກກິລາຈາກອິນໂດເນເຊຍ. ຂະນະທີ່ ຫຼຽນທອງ ຫຼຽນທີ 2 ຂອງນາງ ລັດສະໝີ ສີປະເສີດ ໄດ້ຈາກການຍົກເອົາຄະແນນຄັ້ງທຳອິດ ສ່ວນຫຼຽນຄຳ ເປັນຂອງນາງ Eneng Paridah ນັກກິລາຈາກອິນໂດເນເຊຍ ແລະ ຫຼຽນເງິນ ເປັນຂອງນາງ Maridol ນັກກິລາຈາກ ຟິລິບປິນ.

ສ່ວນຜົນງານຂອງສອງນັກກິລາຍົກນໍ້າໜັກລາວ ກໍຄື ຮຸ່ນນໍ້າໜັກຂອງທ້າວ ເປ້ຍ ລາວພັກດີ ມີນັກກິລາເຂົ້າຮ່ວມ 6 ຊາດ ຜົນງານຂອງ ເປ້ຍ ຈົບທີ່ອັນດັບທີ 4 ແລະ ຜົນງານຂອງທ້າວ ເອື້ອຍ ສີມາຍ ຈົບອັນດັບທີ 6 ຈາກນັກກິລາເຂົ້າຮ່ວມ 7 ຄົນ ຈາກ 6 ຊາດເຂົ້າຮ່ວມແຂ່ງຂັນ ປັດຈຸບັນ ສຳລັບກິລາຍົກນໍ້າໜັກລາວ ແມ່ນສຳເລັດພາລະກິດການເຂົ້າຮ່ວມແຂ່ງຂັນງານດັ່ງກ່າວ.

ຂ່າວໂດຍ ສົງການ ພັນແພງດີ

error: Content is protected !!