
ທັບນັກກິລາບານເຕະຄົນພິການຕາທີມຊາດລາວ ລົງປະເດີມສະໜາມນັດທຳອິດ ກໍສ້າ ງຜົນງານໄດ້ຢ່າງໂດດເດັ່ນ ໄລ່ຖະຫຼົ່ມເອົາຊະນະ ເຈົ້າພາບ ກຳປູເຈຍ ໄປແບບຂາດຮອຍ 3-0 ປະ ຕູ ຊຶ່ງໄດ້ຈາກການເໝົາຍິງຄົນດຽວຂອງ ສົມສັກ ດວງວິໄລ ລູກຫຼານຂອງຊາວເມືອງມໍລະດົກໂລກ ຫຼວງພະບາງ ຊ່ວຍທັບບານເຕະຄົນພິການຕາທີມຊາດລາວ ເກັບ 3 ແຕັມສຳຄັນ ມີລຸ້ນເຂົ້າຮອບ ຊີງຫຼຽນຄຳ ແຕ່ຕ້ອງຊະນະ ມາເລເຊຍ ໃນນັດທີ 2 ກ່ອນຈະໂຄຈອນພົບກັບ ໄທ ໃນນັດສົ່ງທ້າຍຂອງ ຮອບຄັດເລືອກໃນວັນທີ 6 ມິຖຸນານີ້.

ການແຂ່ງຂັນເຕະບານ ງານກິລາຄົນພິການອາຊຽນ ຄັ້ງທີ 12 ຫຼື ອາຊຽນ ພາຣາເກມ ໄດ້ເປີດສາກຂຶ້ນເປັນທາງການໃນຕອນແລງມື້ນີ້ 4 ມິຖຸນາ ທີ່ສະໜາມບານເຕະຄົນພິການຕາ ສະໜາມກິລາແຫ່ງຊາດ ມໍລະດົກ ເຕໂຊ ນະຄອນຫຼວງ ພະນົມເປັນ ຣາຊະອານາຈັກກຳປູເຈຍ ໃຫ້ກຽດເຂົ້າຮ່ວມຊົມ-ເຊຍໂດຍທ່ານ ຫັນມານີ ສະມາຊິກສະພາແຫ່ງຊາດກຳປູເຈຍ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ແລະ ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດລາວ ປະຈຳກຳປູເຈຍ ພ້ອມດ້ວຍຄະນະ ແລະ ບັນດາກອງເຊຍຊາວກຳປູເຈຍ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນກິລາບານເຕະຄົນພິການຕາ ງານກິລາ ອາຊຽນພາຣາເກມ ມີ 4 ຊາດ ເຂົ້າຮ່ວມ ປະກອບມີ ສປປ ລາວ, ໄທ, ມາເລເຊຍ ແລະ ເຈົ້າພາບ ກຳປູເຈຍ ທັງ 4 ຊາດດັ່ງກ່າວ ຈັດເປັນກຸ່ມດຽວ ແຂ່ງຂັນພົບກັນໝົດຄັດເລືອກເອົາທີ 1-2 ໄປຊີງຫຼຽນຄຳ ແລະ ທີ 3 ໄປຊີງຫຼຽນທອງ.
ຜົນງານນັດທຳອິດ ຂອງນັກກິລາຄົນພິການຕາທີມຊາດລາວ ກໍເຮັດໃຫ້ພໍ່ແມ່ປະຊາຊົນລາວບໍ່ຜິດ ຫວັງ ສາມາດໄລ່ຖະຫຼົ່ມເອົາຊະນະ ກຳປູເຈຍ ເຈົ້າພາບ ໄປແບບຂາດຮອຍ 3-0 ປະຕູ ຊຶ່ງໄດ້ຈາກການເໝົາຍິງຄົນຂອງ ສົມສັກ ດວງວິໄລ ລູກຫຼານຂອງຊາວເມືອງມໍລະດົກໂລກ ແຂວງຫຼວງພະບາງ ຊ່ວຍທີມຊາດລາວ ເກັບ 3 ແຕັມສຳຄັນ ມີລຸ້ນເຂົ້າຊີງຫຼຽນຄຳ ແຕ່ຕ້ອງຜ່ານດ່ານທີ 2 ທີ່ມີຄິວລົງສະໜາມພົບກັບ ທີມຊາດມາເລເຊຍ ໃນວັນທີ 5 ມິຖຸນາ 2023 ເວລາ 17:00 ໂມງ ກ່ອນຈະໄດ້ພົບກັບ ຄູ່ປັບເກົ່າ ທີມຊາດໄທ ໃນວັນທີ 6 ມິຖຸນາ ໃນມື້ຖັດໄປ.
ຂ່າວໂດຍ ສົງການ ພັນແພງດີ