ເດັກຄຳຮູ້ ມີລະບຽບວິໄນ ເປັນລູກທີ່ດີຂອງພໍ່-ແມ່

ທ່ານ ນາງ ມອນແກ້ວ ຫອມສົມບັດ ຮອງຜູ້ອໍານວຍການໂຮງຮຽນປະຖົມສົມບູນນາໄຮ່ດຽວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ສໍາພາດຕໍ່ນັກຂ່າວໜັງສືພີມ ປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ເນື່ອງໃນໂອກາດວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງສໍາລັບເດັກນ້ອຍທຸກໆຄົນ ເພາະເດັກນ້ອຍທຸກຄົນແມ່ນຊັບສິນດ້ານມະນຸດໃນອະນາຄົດ, ຈະເປັນຄົນຮຸ່ນສືບທອດຕໍ່ໆໄປ ໃນການມີສ່ວນຮ່ວມສ້າງສາພັດທະນາປະເທດຊາດ – ສັງຄົມໃຫ້ມີຄວາມຈະເລີນກ້າວໜ້າ, ຮຸ່ງເຮືອງສີວິໄລ. ສະນັ້ນ, ຈຶ່ງຖືໂອກາດນີ້ຕາງໜ້າໃຫ້ຄູທຸກຄົນພາຍໃນໂຮງຮຽນຝາກຄວາມຮັກແພງມາຍັງລູກຫຼານນັກຮຽນ, ເດັກນ້ອຍລາວທຸກຖ້ວນໜ້າໃນທົ່ວປະເທດ ໃຫ້ມີຄວາມເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້, ມີລະບຽບວິໄນ, ເປັນລູກທີ່ດີຂອງພໍ່-ແມ່, ເປັນນັກຮຽນດີຂອງ ຄູ-ອາຈານ ແລະ ເປັນລູກຫຼານທີ່ດີຂອງປະເທດຊາດ.

ສໍາລັບໂຮງຮຽນປະຖົມສົມບູນ ນາໄຮ່ດຽວ, ໃນໄລຍະ 1 ສົກຮຽນທີ່ຜ່ານມາ ໂຮງຮຽນໄດ້ມີຫຼາຍເຫດການທີ່ພົ້ນເດັ່ນຫຼາຍດ້ານເຊັ່ນ: ເປີດໂອກາດໃຫ້ນັກຮຽນໄດ້ຮຽນເອົາຄວາມຮູ້, ສຶກສາກ່ຽວກັບວັດທະທໍາ ແລະ ຮີດຄອງປະເພນີອັນດີງາມຂອງຊາດພວກເຮົາ, ໄດ້ນໍາພານັກຮຽນຊັ້ນ ປ.5 ຈໍານວນ 100 ກວ່າຄົນໄປທັດສະນະສຶກສານອກໂຮງຮຽນ ທີ່ຫໍພິພິດທະພັນ ໄກສອນ ພົມວິຫານ, ເຂົ້າຊົມພິພິທະພັນຫໍພະແກ້ວ ແລະ ວັດສີສະເກດ ຊຶ່ງໄດ້ທັດສະນະສຶກສານອກໂຮງຮຽນທຸກໆປີ.

ທ່ານ ນາງ ມອນແກ້ວ ຫອມສົມບັດ ຍັງກ່າວຕື່ມອີກວ່າ: ນັກຮຽນຊັ້ນ ປ.5 ຈໍານວນໜຶ່ງໄດ້ສໍາເລັດການສຶກສາຊັ້ນປະຖົມໂດຍສາມາດຍາດໄດ້ຄະແນນດີ ແລະ ໄດ້ເປັນນັກຮຽນເກັ່ງຮອບດ້ານ (ຄະແນນ 7 ຂຶ້ນໄປທຸກວິຊາ), ຍິ່ງໄປກວ່ານັ້ນຍັງມີນັກຮຽນ 2 ຄົນ ທີ່ໄດ້ເປັນນັກຮຽນດີເດັ່ນ ຊຶ່ງຍາດໄດ້ຄະແນນ 9 ຂຶ້ນໄປທຸກວິຊາ. ນັກຮຽນ ແລະ ຄູ-ອາຈານທຸກຄົນພາຍໃນໂຮງຮຽນໄດ້ເຄື່ອນໄຫວກິດຈະກໍາຕ່າງໆ ເນື່ອງໃນໂອກາດວັນສໍາຄັນຕ່າງໆເຊັ່ນ: ວັນຄູ, ວັນຊາດ, ວັນແມ່ຍິງ, ວັນກໍາມະກອນ.

ເນື່ອງໃນໂອກາດວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດທີ່ຈະມາເຖິງນີ້, ທາງໂຮງຮຽນຈະໄດ້ຈັດພິທີສະເຫຼີມສະຫຼອງວັນດັ່ງກ່າວໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ ແລະ ເຮັດກິດຈະກໍາຫຼາຍຢ່າງເຊັ່ນ: ທາງໂຮງຮຽນຈະຖືໂອກາດນີ້ເພື່ອເປີດໂອກາດໃຫ້ນັກຮຽນໄດ້ສະແດງຄວາມສາມາດທາງດ້ານສິລະປະເຊັ່ນ: ການຟ້ອນ, ການຮ້ອງເພງເພື່ອໃຫ້ນັກຮຽນຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄວາມກ້າສະແດງອອກໃນທຸກດ້ານ. ນອກນັ້ນ, ທາງໂຮງຮຽນຍັງໄດ້ກະກຽມເຂົ້າໜົມ, ປຶ້ມ-ສໍສີ ເພື່ອມອບໃຫ້ນັກຮຽນຈໍານວນ 579 ຄົນ. ສໍາລັບຄໍາຂວັນຂອງໂຮງຮຽນພວກເຮົາປີນີ້ແມ່ນ: ສາມັກຄີ ມີວິໄນ ໃສ່ໃຈສິ່ງແວດລ້ອມ.

error: Content is protected !!