ລັດຖະບານຈີນ ມອບລົດໄຟຟ້າ 28 ຄັນໃຫ້ ສ​ປ​ປ ລາວ

ພິທີມອບ-ຮັບພາຫະນະ​ທີ່​ນຳໃຊ້ພະລັງງານໄຟຟ້າ ແລະ ເປີດປ້າຍໂຄງການເຂດສາທິດການປ່ອຍອາຍກາກບອນຕໍ່າ ພາຍໃຕ້ການຊ່ວຍເຫຼືອຂອງໂຄງການຮ່ວມມືໃຕ້ – ໃຕ້ ຕໍ່ກັບການປ່ຽນແປງດິນຟ້າອາກາດ ສປ ຈີນ ລະຫວ່າງກະຊວງຊັບພະຍາກອນທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ສປປ ລາລ ກັບ ກະຊວງນິເວດວິທະຍາ ແລະ ສິ່ງແວດລ້ອມ ສປ ຈີນ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເຂດພັດທະນາກວມລວມ ໄຊເຊດຖາ ນະຄອນຫຼວງ  ວຽງຈັນ.

ຕາງໜ້າຝ່າຍ ຈີນ ກ່າວມອບໂດຍ ທ່ານ ສິນ ເສິນ ທູດທີ່ປຶກສາການເມືອງ ສະຖານທູດຈີນ ປະຈຳ ລາວ ແລະ ຕາງໜ້າຝ່າຍລາວກ່າວຮັບໂດຍ ທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນ​ຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກສຊ) ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ລົດໄຟຟ້າທີ່ນຳມາມອບໃຫ້ຄັ້ງນີ້ ລວມມີ 28 ຄັນ ປະກອບມີ ລົດເມໂດຍສານ 12 ຄັນ, ລົດບັນທຸກຂະ​ໜາດນ້ອຍ 8 ຄັນ ແລະ ລົດຈິບ 8 ຄັນ, ໃນນັ້ນ ລົດເມ 3 ຄັນ ແລະ ລົດຈິບ 1 ຄັນແມ່ນມອບໃຫ້ອົງການປົກຄອງນະຄອນນະຄອນຫຼວງວຽງຈັນ, ສ່ວນລົດຈິບ 2 ຄັນ ແມ່ນມອບໃຫ້ກະຊວງ ກສຊ ແລະ ສະພາແຫ່ງຊາດ ພາກສ່ວນລະຄັນ, ສ່ວນທີ່ເຫຼືອແມ່ນຈະນຳໃຊ້ຢູ່ເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ.

ທ່ານ ໄຊນະຄອນ ອິນທະວົງ ກ່າວສະແດງຄວາມຂອບໃຈຕໍ່ພັກ-ລັດ ແລະ ປະຊາຊົນຈີນໃນຖານະຄູ່ຮ່ວມຊາຕາກຳລາວ-ຈີນ, ລັດຖະບານລາວ ກໍໄດ້ໃຫ້ຄວາມສຳຄັນທີ່ຈະສ້າງໂຄງການຕົວແບບດັ່ງກ່າວ ແລະ ໄດ້ປຶກສາຮ່ວມກັບ ບໍລິສັດ ຮ່ວມທຶນລາວ-ຈີນ ຈຳກັດ ກຳນົດເອົາເຂດພັດທະນາກວມລວມໄຊເຊດຖາ ນະຄອນຫຼວງວຽງຈັນ ເປັນເຂດສາທິດໃນການປ່ອຍອາຍກາກບອນຕໍ່າ ຊຶ່ງຈະເປັນຄູ່ຮ່ວມມືຕົວແບບໃຫ້ພວກເຮົາໃນການຈັດຕັ້ງປະຕິບັດຢູ່ໃນເຂດອື່ນໆ ແລະ ຍັງເປັນ​ການຕອບສະໜອງຍຸດທະສາດຂອງລັດຖະບານລາວ ທີ່ຈະນຳໃຊ້ພະລັງງານທົດແທນ ແລະ ຫຼຸດຜ່ອນມົນລະພິດ ໂດຍ​ສະ​ເພາະຫຼຸດ​ຜ່ອນ​ການ​ປ່ອຍອາຍ​ພິດເຮືອນແກ້ວໃຫ້ເປັນສູນໃນປີ 2050.

ທ່ານ ຈ້າວ ຢິ້ງໜິນ ຮອງລັດຖະມົນຕີ ກະຊວງນິເວດ ແລະ ສິ່ງແວດລ້ອມ ສ​ປ ຈີນ ທີ່ເຂົ້າຮ່ວມພິທີ ທາງອອນລາຍໄດ້ກ່າວວ່າ: ຝ່າຍຈີນຍິນດີສືບຕໍ່ຮ່ວມມືກັບລາວໃນການເພີ່ມທະວີການຮ່ວມມືໃນຂົງເຂດປົກປັກຮັກສາສິ່ງແວ້ດລ້ອມ ແລະ ແກ້ໄຂການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ການພັດທະນາສີຂຽວ, ກາກບອນຕໍ່າແບບຍືນຍົງ ແລະ ມີປະສິດທິຜົນ ເພື່ອສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີອະນາຄົດຮ່ວມກັນ.

ຂໍ້ມູນຂ່າວ: ບໍລິສັດຮ່ວມທຶນ ລາວ-ຈີນ

error: Content is protected !!