ຫລາຍປະເທດ ຍັງບໍ່ມີຄວາມໝັ້ນຄົງດ້ານສະບຽງອາຫານ ຢ່າງຮຸນແຮງ

ຕາມ​ຂ່າວ​ຈາກ AFP,ວັນ​ທີ29​ພືດ​ສະພາ​ນີ້, ອົງການ ອາຫານ ແລະ ການກະເສດ ຂອງສະຫະ ປະຊາຊາດ (FAO) ແລະ ໂຄງການ ອາຫານ ໂລກ(WFP) ປະກາດ ຍົກ​ລະດັບ ​ເຕືອນ​ໄພ ຄວາມ​ບໍ່​ໝັ້ນຄົງ​ ດ້ານ​ສະບຽງ​ ອາຫານ ​ໃນ​ຫລາຍ​ພື້ນ​ທີ່ ທົ່ວ​ໂລກ ​ເປັນຕົ້ນ: ອາ​ຟະ​ກາ​ນິດ​ສະຖານ,​ນີ​ເຊ​ຣີ,​ໂຊ​ມາລີ,​ຊູ​ດັງ​ໃຕ້, ​ແລະ ເຢ​ເມນ ຍັງ​ຄົງ​ເປັນ​ປະ​ເທດ ຢູ່​ໃນ​ກູ່​ມ ທີ່​ຂາດ​ ຄວາມ​ໝັ້ນຄົງ ດ້ານ​ອາຫານ​ ຢ່າງ​ຮຸນ​ແຮງ.ນອກ​ນີ້ ຍັງ​ໄດ້​ເພີ່ມ​ ປະ​ເທດ ​ໄຮ​ຕິ,ບວກ​ກິ​ນາ​ຟາ​ໂຊ,​ມາລີ,​ຊູ​ດັງ ​ແລະ ພາກ​ພື້ນ​ ໃນ​ທະວີບ ອາ​ຟຣິກາ ​ເຂົ້າສູ່​ກຸ່ມສ່ຽງ ​ໄພ​ອືດ​ຫີ​ວ ຮຸນ​ແຮງ ຍ້ອນ​ມີ​ການ​ຈຳກັດ ​ການ​ເຄື່ອນ​ໄ​ຫວ ຂອງ​ປະຊາຊົນ ​ໃນ​ການ​ເຄື່ອນ​ຍ້າຍ ​ສິນຄ້າ ​ແລະ ​ເຂົ້າ​ເຖິງ​​ ແຫ​ລ່ງອາຫານ ສະຖານະ​ການ ​ຄວາມ​ວຸ້ນວາຍ ​ທາງ​ສັງຄົມ ​ແລະ ​ເກີດ​ສົງຄາມ ​ກາງ​ເມືອງ ​ຄັ້ງ​ໃໝ່​ ໃນ​ຊູ​ດັງ ລວມທັງ​ ການ​ປ່ຽນ​ແປງ ​ຂອງ​ດິນ​ຟ້າ ​ອາກາດ ​ເຮັດ​ໃຫ້​ ປະລິມານ​ ນ້ຳ​ຝົນ ຫລຸດ​ລົງ​ ຫລາຍ​ກວ່າ ​ປົກກະຕິ

error: Content is protected !!