ງານຕະຫລາດນັດ ທາງເສດຖະກິດ ການຄ້າ ເຂດຊາຍແດນ ມຽນມາ-ສປ ຈີນ ຄັ້ງທີ4

ຕາມ​ຂ່າວ​ຈາກວິທະຍຸ​ສາກົນ​ແຫ່ງສປຈີນ,ງານຕະຫລາດນັດ ທາງ ເສດຖະກິດ ການຄ້າ ທີ່ເຂດຊາຍແດນ ມຽນມາ-ສປ ຈີນ ຄັ້ງທີ4 ແລະ ງານວາງສະແດງ ສິນຄ້າ ທາງເສດຖະກິດ ການຄ້າ ມຽນມາ-ສປ ຈີນ ໄດ້ຈັດ ຂຶ້ນ ຢູ່ນະຄອນຫລວງ ເນປີດໍ ຂອງມຽນມາ ​ເມື່ອ​ບໍ່​ດົນ​ມາ​ນີ້.ສຳລັບ ງານຕະ ຫລາດນັດ ຄັ້ງນີ້ ມີຫົວຂໍ້ວ່າ “ຮ່ວມກັນ ສ້າງຊ່ອງທາງໃໝ່, ພ້ອມ ກັນສະ ແຫວງ ຫາ ການພັດທະນາໃໝ່”,​ໂດຍມີ ຫ້ອງວາງສະແດງ 110 ກວ່າຫ້ອງ, ແບ່ງເປັນເຂດ ວາງສະແດງ ສິນຄ້າຈີນ ແລະ ເຂດມຽນມາ. ຝ່າຍ ສປ ຈີນ ໄດ້ສົ່ງຄະນະ ຜູ້ແທນ ເສດຖະກິດ ການຄ້າ ລວມ 156 ຄົນ ເດີນທາງ ໄປເຂົ້າ ຮ່ວມ ງານວາງດັ່ງກ່າວ ລວມມີ ແຂວງຢຸນນານ, ແຂວງຊ່ານຕົ່ງ, ແຂວງ ເສສວນ, ນະຄອນ ຈຸ່ງກິ່ງ,ເຂດກວາງຊີ,ແຂວງຈ່ຽງຊູ່, ແຂວງກວາງ ຕຸ້ງ, ແຂວງເຮີນານ ເປັນຕົ້ນ ລວມທັງ ຜູ້ແທນ 130 ກວ່າຄົນ ຈາກວິສາ ຫະກິດ 82 ແຫ່ງ. ສິນຄ້າ ທີ່ນຳໄປ ວາງສະ ແດງ ລວມມີ ອາຫານ,ເຄື່ອງໃຊ້ ປະຈຳ ວັນ,ເຄື່ອງໃຊ້ ໄຟຟ້າໃນເຮືອນ, ລົດໄຟຟ້າ,ເຄື່ອງອາໄລ່ ລົດຍົນ,ລົດຈັກ ແລະ ເຄື່ອງອາໄລ່ 500 ກວ່າຊະນິດ. ວິສາຫະກິດຈີນ ແລະ ມຽນມາ ໄດ້ເຊັນ ສັນຍາ ຄິດ​ເປັນ ​ມູນ​ຄ່າ ຫລາຍ​ກວ່າ 800 ລ້ານຢວນ

error: Content is protected !!