ອາຊຽນ ຊຸກຍູ້ການເຊື່ອມຕໍ່ການຊຳລະພາຍໃນກຸ່ມ

ຕາມ​ຂ່າວ​ຈາກ ວິທະຍຸສາ​ກົນ ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້,ການນຳ ບັນດາ ປະເທດ ສະມາຊິກ ອາຊຽນ ໄດ້ປະກາດ ຊຸກຍູ້ ການເຊື່ອມຕໍ່ ການ ຊຳລະ ໃນພາກພື້ນ ແລະ ຊຸກຍູ້ ການຊຳ ລະພາຍໃນ ພາຍຫລັງ ຕະຫລາດ ຊຳລະ ດີຈີຕອນ ພວມຂະຫຍາຍ ​ໃນອາຊຽນ ຈະບັນລຸ 2.000 ຕື້​ໂດ​ລາ​ ສະຫະ ລັດ ຄິດໄລ່ ຕາມມູນຄ່າ ການແລກປ່ຽນ ຮອດປີ 2030.ປະຈຸບັນ, ບັນດາ ປະ ເທດ ອາຊຽນ ພວມມີ ບັນດາ ບາດກ້າວ ພັດທະນາ ດີພໍສົມຄວນ ໃນການ ເຊື່ອມຕໍ່ ການຊຳລະ ໃນພາກພື້ນ ແລະ ຊຸກຍູ້ ການນຳໃຊ້ ສະກຸນເງິນ ພາຍ ໃນ. ບັນດາປະເທດຄື ບຣູ​ໄນ,ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ມຽນມາ, ຟີ​ລິບ​ປິນ, ສິງກະ​ໂປ, ໄທ, ສປປ ລາວ, ກຳປູເຈຍ ແລະ ສສ ຫວຽດນາມ ໄດ້ປະຕິບັດ ບັນດາ ຂອບເຂດ ການຊຳລະເງິນ ພາຍໃນ ສອງຝ່າຍ ອີງຕາມ ຂໍ້ແນະນຳ ອາຊຽນ. ທະນາຄານແຫ່ງລັດ ຂອງ ສສ ຫວຽດນາມ ແລະ ທະນາຄານ ໄທ ໄດ້ພ້ອມກັນ ສະເໜີ ການບໍລິ ການ ຊຳລະ QR ໃຫ້ແກ່ ບັນດາການ ແລກ ປ່ຽນ ຂ້າມຊາຍແດນ. ນອກຈາກນັ້ນແລ້ວ, ທະນາຄານ ອິນ​ໂດ​ເນ​ເຊຍ ແລະ ອົງການເງິນຕາ ສິງກະ​ໂປ ກໍ່ຮ່ວມມືກັນ ຊຳລະ QR ຂ້າມຊາຍແດນເພື່ອ ເພີ່ມທະວີ ການເຊື່ອມຕໍ່ ການຊຳລະ ໃນທົ່ວອາຊຽນ ​ໃຫ້​ຫລາຍ​ຂຶ້ນ ​ກວ່າ​ເກົ່າ

error: Content is protected !!