
ລັດວິສາຫະກິດລົດໄຟແຫ່ງຊາດລາວ ໄດ້ເປີດຫ້ອງການບໍລິການ ຕົວແທນໃນການຂາຍປີ້ລົດໄຟລາວ-ຈີນ ສະຖານີວຽງຈັນ ຢູ່ບ້ານຄຳສະຫວາດມ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 22 ພຶດສະພາ ຜ່ານມາ ເພື່ອແກ້ໄຂບັນຫາການແອອັດ, ອັ່ງອໍຂອງປະຊາຊົນຜູ້ທີ່ມາໃຊ້ບໍລິການຊື້ປີ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຄວາມສະດວກສະບາຍ.

ທ່ານ ດາວຈິນດາ ສີຫາລາດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ (ລລຟລ) ໄດ້ກ່າວວ່າ: ການເປີດຫ້ອງການຂາຍປີ້ລົດໄຟລາວ-ຈີນສະຖານີວຽງຈັນ (ຄຳສະຫວາດ) ນີ້ຈະຊ່ວຍໃນການແກ້ໄຂບັນຫາການແອອັດ, ອັ່ງອໍຂອງປະຊາຊົນຜູ້ທີ່ມາໃຊ້ບໍລິການຊື້ປີ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຄວາມສະດວກສະບາຍ, ມີສະຖານທີ່ກວ້າງຂວາງ ແລະ ມີບ່ອນຈັດລົດພຽງພໍກັບລຸກຄ້າ. ພ້ອມນັ້ນ, ກໍເປັນການຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ລັດວິສາຫະກິດລົດໄຟແຫ່ງຊາດລາວ, ເປັນການສະແດງອອກການຮ່ວມມືລະຫວ່າງ ລັດວິສາຫະກິດລົດໄຟແຫ່ງຊາດ ແລະ ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ, ທັງເປັນການອຳນວຍຄວາມສະດວກ ແລະ ຊຸກຍູ້ສົ່ງເສີມດ້ານການທ່ອງທ່ຽວ ລວມເຖິງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີລາຍຮັບທີ່ໜັ້ນຄົງ.

ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືຍຸດທະສາດສໍາຄັນຂອງສອງພັກ, ສອງລັດຖະ ບານລາວ-ຈີນ ທີ່ໄດ້ເປັນທ່າແຮງໃນການຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຊຸກຍູ້ການຂົນສົ່ງທາງລົດໄຟລາວ-ຈີນ ແລະ ອາຊຽນ ໃຫ້ມີຄວາມວ່ອງໄວ ແລະ ທັນຍຸກທັງສະໄໜຂຶ້ນ ໂດຍສະເພາະວຽກງານຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ.