ລັດຖະມົນຕີກະຊວງການເງິນ ເນັ້ນ ຊຽງຂວາງ ຄຸ້ມຄອງການຈັດເກັບລາຍຮັບ ໄປສູ່ທັນສະໄໝ

ແຫລ່ງຂ່າວ ຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ໃນລະຫວ່າງ ວັນທີ 30 ເມສາ-1 ພຶດສະພາ 2022, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຊຽງຂວາງ ໂດຍການຕ້ອນຮັບຂອງທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ. ພ້ອມທັງໄດ້ຮັບຟັງການເຄື່ອນໄຫວວຽກງານການເງິນ ໃນໄລຍະຜ່ານມາ ໂດຍສະ ເພາະການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ຕິດພັນກັບຄຳສັ່ງເລກທີ 18/ນຍ ວ່າດ້ວຍການຕ້ານການຮົ່ວໄຫລລາຍຮັບທຸກຮູບແບບ, ການແກ້ໄຂພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ, ການຕິດຕັ້ງຊິງຊັ່ງທີ່ທັນສະໄໝ ຢູ່ດ່ານສາກົນນ້ຳກັ່ນ, ຄາດຄະເນລາຍຮັບງົບປະມານທັງໝົດ 148,938.66 ລ້ານກີບ ແລະ ຄາດຄະເນລາຍຈ່າຍງົບປະມານທັງໝົດ 424,218 ລ້ານກີບ (ບໍ່ມີລາຍຈ່າຍພາກລົງທຶນ).

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຊີ້ນຳບາງວຽກງານ ໂດຍເນັ້ນໃຫ້ເອົາໃຈໃສ່ ໃນການຄຸ້ມຄອງການຈັດເກັບລາຍຮັບ, ຊິງຊັ່ງ, ແຮ່ທາດ ຫັນໄປສູ່ຄວາມທັນສະໄໝ ໂດຍນຳໃຊ້ເຄື່ອງເອເລັກໂທຣນິກ ເປັນຕົ້ນ ຊິງຊັ່ງຢູ່ດ່ານສາກົນນ້ຳກັ່ນ ເພື່ອສະດວກໃນການກວດກາ ຕິດຕາມ ແລະ ຕ້ານການຮົ່ວໄຫລລາຍຮັບ, ກວດກາເກັບອາກອນທີ່ດິນ, ແຮງງານ, ສິ່ງແວດລ້ອມ ໃຫ້ມີຄຸນນະພາບ. ພ້ອມທັງປັບ ປຸງບຸກຄະລາກອນ, ປະເມີນຜົນພະນັກງານ, ຝຶກອົບຮົມວຽກງານອຸປະກອນຮັບໃຊ້, ກວດກາຄືນລົດປະຈຳຕຳແໜ່ງ ແລະ ອື່ນໆ.

ທ່ານ ບຸນຈັນ ສີວົງພັນ ກໍໄດ້ກ່າວສະແດງຄວາມຂອບໃຈ ທີ່ທາງຂັ້ນເທິງໄດ້ລົງມາໃກ້ຊິດຕິດແທດ ແລະ ຊີ້ນຳວຽກງານຢ່າງລະອຽດ ຢູ່ແຂວງ ຊຽງຂວາງ ເພື່ອເຮັດໃຫ້ວຽກງານລວມສູນ ແຕ່ຂັ້ນເທິງຮອດທ້ອງຖິ່ນ ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດຳເນີນໄປຕາມເປົ້າໝາຍ ແລະ ມີຄຸນນະພາບ. ການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຊຽງຂວາງ ໃນຄັ້ງນີ້ ຄະນະການນຳສູນກາງ ແລະ ແຂວງ ໄດ້ໄປຢ້ຽມຢາມຊີ້ນຳວຽກງານຢູ່ດ່ານສາກົນນ້ຳກັ່ນ ເຊິ່ງໄດ້ຕົກລົງປັບປຸງລະບົບອິນເຕີເນັດຢູ່ດ່ານ ໃຫ້ນໍາໃຊ້ໄດ້ຢ່າງສະດວກ, ປັບປຸງລະບົບໄຟຟ້າ, ປັບປຸງ ປູຄອນກີດໃສ່ທາງ ແລະ ເດີ່ນຈອດລົດນຳສົ່ງສິນຄ້າ ໃນການລໍຖ້າເຂົ້າຊິງຊັ່ງ ເພາະຊິງຊັ່ງນຳໃຊ້ລະບົບທັນສະໄໝ ໃຊ້ຄອມພິວເຕີໃນການຄວບຄຸມ.

ໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການເງິນ ຍັງໄດ້ມອບຄອມພິວເຕີໂນດບຸກ ຈຳນວນ 2 ເຄື່ອງ ໃຫ້ດ່ານນຳໃຊ້ເຂົ້າໃນວຽກງານ. ນອກນີ້, ຍັງໄດ້ຢ້ຽມຢາມໂຮງງານປຸງແຕ່ງນ້ຳມັນເຊື້ອໄຟ ຍອດງື່ມພາວເວີ ຈຳກັດ ທີ່ບ້ານຜັກກາດ, ເມືອງແປກ ພ້ອມທັງ ສະແດງຄວາມຊົມເຊີຍ ໃນການລົງທຶນສ້າງສາພັດທະນາປະເທດຊາດ, ເປັນການພັດທະນາທີ່ດີ ເປັນການປະຢັດເງິນກີບ ບໍ່ໃຫ້ຮົ່ວໄຫລອອກສູ່ປະເທດອື່ນ ເປັນນ້ຳມັນສະອາດ, ຕ້ອງປະຕິບັດຕາມຫລັກການ ເຕັກນິກຢ່າງເຄັ່ງຄັດ, ກວດກາເປັນປະຈຳ ເພື່ອໃຫ້ນ້ຳມັນມີຄຸນນະພາບ ແລະ ຜູ້ຊົມໃຊ້ມີຄວາມພໍໃຈ.

ຂໍ້ມູນຂ່າວ: ບຸນມີ ແສງທຸມມີ

error: Content is protected !!