ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ຕ້ານສະກັດກັ້ນລົດບໍ່ຖືກຕ້ອງ-ຢຶດໄດ້ລົດ KIA 2 ຄັນ

ໃນວັນທີ 16 ພຶດສະພາ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີ ປະຈຳດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ເຈົ້າໜ້າທີ່ພາສີກຸ່ມວຽກຄຸ້ມຄອງພາຫະນະ, ຈຸດປະຈຳໄມ້ກັ້ນ, ໄດ້ເຂັ້ມງວດກວດກາໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃນການຕ້ານ ແລະ ສະກັ້ນການການລັກລອບລົດນໍາເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ, ຊຶ່ງສາ ມາດຢຶດໄດ້ລົດເກັງ: ຍີ່ຫໍ້ KIA K5 ຈໍານວນ 2 ຄັນ, ທີ່ສວມປ້າຍທະບຽນປອມ.

ໂດຍຜ່ານການກວດກາເບື້ອງຕົ້ນເຫັນວ່າ: ເປັນລົດເກັງເກຍຍີ່ຫໍ້: KIA K5 ຈໍານວນ 2 ຄັນ, ທີ່ລັກລອບນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ສວມປ້າຍທະບຽນປອມທັງ 2 ຄັນ, ທະບຽນ (ຫຼວງນໍ້າທາ ກສ 4789, ກໍາແພງນະຄອນ ຮຈ 9399) ຊຶ່ງບໍ່ມີເອກະສານຖືກຕ້ອງ ແລະ ບໍ່ມີເອກະສານຢັ້ງຢືນຂອງການມອບພັນທະອື່ນໆ.

ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນບໍ່ເຕັນ, ຈຶ່ງໄດ້ເຮັດບົດບັນທຶກຄະດີມອບ-ຮັບລົດຈໍານວນ 2 ຄັນດັ່ງກ່າວໃຫ້ພາສີ ປະຈຳແຂວງຫຼວງນໍ້າທາ, ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

error: Content is protected !!