ຊຳເໜືອ ສະເຫລີມສະຫລອງ ໜ່ວຍແກ້ວຫລັກເມືອງຄົບຮອບ 15 ປີ

ເມືອງຊຳເໜືອ ສະເຫລີມສະຫລອງໜ່ວຍແກ້ວຫລັກເມືອງ ຄົບຮອບ 15 ປີ (17/5/2008-17/5/2023) ໃນວັນທີ 16 ພຶດສະພາ 2023 ທີ່ສວນແກ້ວຫລັກເມືອງ ໂດຍການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍການນຳ 10 ເມືອງ ແລະ ມວນຊົນຊາວເມືອງຊຳເໜືອ ກໍຄືແຂວງຫົວພັນ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ໃນພິທີ ທ່ານ ອານົງລັກ ແສງລຸລິຍາ ເຈົ້າເມືອງຊຳເໜືອ ໄດ້ເລົ່າປະຫວັດຄວາມເປັນມາ ສວນແກ້ວຫລັກເມືອງ, ເຊິ່ງໄດ້ສ້າງຕັ້ງຂຶ້ນໃນວັນທີ 17 ພຶດສະພາ 2008 ແນ່ໃສ່ສ້າງໃຫ້ມີສູນລວມທາງດ້ານຈິດໃຈ, ເພື່ອເຊີດຊູກຽດສັກສີ, ຊື່ສຽງ, ມູນເຊື້ອວິລະຊົນຂອງປະຊາຊົນບັນດາເຜົ່າ ຊາວແຂວງຫົວພັນ ໃນດິນແດນເຂດທີ່ໝັ້ນຂອງການປະຕິວັດ, ເປັນຖິ່ນກຳເນີດຂອງພັກປະຊາຊົນປະຕິວັດລາວ, ເປັນຖິ່ນກຳເນີດກອງທັບປະຊາຊົນລາວ, ເປັນສູນກາງນຳພາ-ຊີ້ນຳ ການປະຕິວັດຊາດ ຈົນສາມາດໄດ້ຮັບໄຊຊະນະຢ່າງສົມບູນ ໃນວັນທີ 2 ທັນວາ ປີ 1975. ສວນແກ້ວຫລັກເມືອງແຫ່ງນີ້ ເປັນສັນຍາລັກແຫ່ງຄວາມກະຕັນຍູຮູ້ບຸນຄຸນຂອງຊາວແຂວງຫົວພັນ ຕໍ່ກັບບັນພະບູລຸດ, ນັກຮົບ ແລະ ປະຊາຊົນທີ່ມີຄຸນງານຄວາມດີ ຕໍ່ພາລະກິດປະຕິວັດ ກໍຄືພາລະກິດແຫ່ງການຕໍ່ສູ້ປົກປັກຮັກສາ-ສ້າງສາແຂວງຫົວພັນ ໃຫ້ກາຍເປັນສູນລວມທາງດ້ານຈິດໃຈ ຂອງຊາວແຂວງຫົວພັນ.

ທ່ານ ອານົງລັກ ແສງລຸລິຍາ ກ່າວຕື່ມວ່າ: ຕະຫລອດໄລຍະ 15 ປີຜ່ານມາ ຫລັງຈາກມີແກ້ວຫລັກເມືອງ ສາມາດເຮັດໃຫ້ເສດຖະກິດ-ສັງຄົມ ພາຍໃນເມືອງຊຳເໜືອ ກໍຄືແຂວງຫົວພັນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການປົກປັກຮັກສາສາຍນ້ຳຊຳ, ສວນອຸທິຍານຫົວພັນ-ກວາງນິ່ງ ແລະ ການກໍ່ສ້າງບັນດາຕຶກ-ອາຄານຕ່າງໆ ໄດ້ມີການຂະຫຍາຍຕົວຂຶ້ນເປັນກ້າວໆ. ສຳລັບກິດຈະກຳພາຍໃນງານຄັ້ງນີ້ ປະກອບມີຫລາກຫລາຍກິດຈະກຳ ເປັນຕົ້ນ ງານຕະຫລາດນັດ ວາງສະແດງສິນຄ້າ ຜະລິດຕະພັນຂອງ 10 ເມືອງ, ການປະກວດນາງສາວຜ້າໄໝມ້ອນແຂວງຫົວພັນ ຄັ້ງທີ 2 ແລະ ພິທີທາງສາສະໜາ ໂດຍມີການຕັ້ງກອງທານ ແລະ ຕັກບາດຢາດນ້ຳ.

ຂ່າວ: ເພັດ ຄຳຟອງ

Tighten and contour the laxity and bulges left after dramatic weight loss. Revised April 6, The Venice, Ocean Park and Santa Monica amusement piers were within a mile and one half of each other and they competed directly with each other for the tourist's entertainment dollars.
error: Content is protected !!