ເມືອງໜອງບົກ ເກັບກ່ຽວເຂົ້ານາແຊງ ສຳເລັດ 1.500 ກວ່າເຮັກຕາ

ທ່ານ ສຸກສະຫວັນ ສຸວັນນະລາດ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໜອງບົກ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ການເກັບກ່ຽວເຂົ້າຂອງປະຊາຊົນ ເມືອງໜອງບົກ ປັດຈຸບັນ ສາມາດເກັບກ່ຽວສຳເລັດໃນເນື້ອທີ່ 1.533 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ຕົວຈິງ. ໃນນີ້, ພື້ນທີ່ປູກເຂົ້າເພື່ອເປັນສະບຽງອາຫານ ປະຕິບັດໄດ້ 480 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ເກັບກ່ຽວຕົວຈິງ, ພື້ນທີ່ປູກເຂົ້າເພື່ອເປັນສິນຄ້າ ປະຕິບັດໄດ້ 1.053 ເຮັກຕາ ເທົ່າກັບ 40% ຂອງເນື້ອທີ່ເກັບກ່ຽວຕົວຈິງ ແລະ ຄາດວ່າການເກັບກ່ຽວເຂົ້ານາແຊງ ຈະໃຫ້ສໍາເລັດໃນຕົ້ນເດືອນ ມີຖຸນາ 2023 ທີ່ຈະມາເຖິງນີ້.

ການຜະລິດເຂົ້ານາແຊງປີ 2022-2023 ທົ່ວເມືອງໜອງບົກ ມີເນື້ອທີ່ຕາມແຜນການ 3.250 ເຮັກຕາ, ຄາດຄະເນຜົນຜະລິດ 18.103 ໂຕນ, ໃນນີ້ ແຜນການປູກເຂົ້າ ເພື່ອເປັນສະບຽງອາຫານ 1.200 ເຮັກຕາ, ຄາດຄະເນຜົນຜະລິດ 6.672 ໂຕນ, ແຜນການປູກເຂົ້າ ເພື່ອເປັນສິນຄ້າ 2.050 ເຮັກຕາ, ຄາດຄະເນຜົນຜະລິດ 11.431 ໂຕນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ 3.833 ເຮັກຕາ, ໃນນີ້ ນາຫວ່ານ 2.600 ເຮັກຕາ, ນາປັກດໍາ 1.233 ເຮັກຕາ, ພື້ນທີ່ປູກເຂົ້າເພື່ອເປັນສະບຽງອາຫານປະຕິບັດໄດ້ 1.200 ເຮັກຕາ ເທົ່າກັບ 100% ຂອງແຜນການ, ພື້ນທີ່ປູກເຂົ້າເພື່ອເປັນສິນຄ້າປະຕິບັດໄດ້ 2.633 ເຮັກຕາ ລື່ນແຜນ 28%.

ທ່ານ ສຸກສະຫວັນ ສຸວັນນະລາດ ໃຫ້ຮູ້ຕື່ມວ່າ: ເນື້ອທີ່ທໍາການຜະລິດເຂົ້ານາແຊງໃນປີນີ້ ເຫັນວ່າລື່ນແຜນການ ເນື່ອງຈາກວ່າຊາວກະສິກອນ ໄດ້ທໍາການປູກເຂົ້ານອກເຂດໂຄງການຊົນລະປະທານເພີ່ມຕື່ມ ເປັນຕົ້ນແມ່ນ ຢູ່ເຂດບ້ານທີ່ມີເງື່ອນໄຂດ້ານແຫລ່ງນໍ້າທຳມະຊາດເຊັ່ນ: ຫ້ວຍ, ຮ່ອງ, ຄອງ ແລະ ບຶງ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

error: Content is protected !!