ປະຈຸບັນ ໄດ້ມີກຸ່ມຄົນບໍ່ດີຈຳນວນໜຶ່ງສວຍໃຊ້ລັກລອບປອມແປງເງິນສົດສະກຸນເງິນກີບປະເພດໃບ 100.000 ກີບ ລຸ້ນປີ 2011 ແລະ ປະເພດໃບ 50.000 ກີບ ລຸ້ນປີ 2004 ອອກມາຈໍລະຈອນໃຊ້ຈ່າຍໃນສັງຄົມ ດ້ວຍການນຳເອົາເງິນແທ້ໄປສຳເນົາສີ (ກ໋ອບປີ້ສີ) ແລະ ໃຊ້ເຄື່ອງພິມອອກມາໂດຍໃຊ້ເຈ້ຍທຳມະດາ ພ້ອມທັງຕິດເສັ້ນນິລະໄພປອມ ໃສ່ເງິນໃບ 100.000 ກີບ ເຮັດໃຫ້ມີຄວາມຄ້າຍຄືກັບເງິນແທ້ຫຼາຍຂຶ້ນ.

ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງໄດ້ແຈ້ງມາຍັງທ່ານ ໃຫ້ມີສະຕິລະວັງຕົວກ່ອນຈະຮັບ-ຈ່າຍ ເງິນສົດ ປະເພດໃບ 100.000 ກີບ ລຸ້ນປີ 2011 ແລະ ປະເພດໃບ 50.000 ກີບ ລຸ້ນປີ 2004 ຕ້ອງກວດກາເບິ່ງໃຫ້ລະອຽດ ເພື່ອຫຼີກເວັ້ນການໄດ້ຮັບເງິນປອມ.
ທ່ານສາມາດສັງເກດ ຫຼື ຈຳແນກ ເງິນແທ້-ເງິນປອມ ຂັ້ນພື້ນຖານໄດ້ດ້ວຍຕົນເອງ ໂດຍມີຄຳແນະນຳລະອຽດຢູ່ໃນແຈ້ງການສະບັບນີ້.


ທີ່ມາ: ທະນາຄານແຫ່ງປະເທດລາວ