
ວັນທີ 11 ພຶດສະພາ 2023, ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໄດ້ຈັດພິທີເປີດ ແລະ ມອບປ້າຍກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໋ອບ) ຫຼື One District One Product (ODOP) ແຫ່ງຊາດ ໃຫ້ 6 ຫົວໜ່ວຍ, ມີ 7 ຜະລິດຕະພັນ. ໃນນັ້ນ ນະຄອນປາກເຊ ມີ 3 ຫົວໜ່ວຍ, ມີ 4 ຜະລິດຕະພັນ ຄື: ຜະລິດຕະພັນທໍາຄວາມສະອາດ (ນານາ), ຜະລິດຕະພັນຊາພື້ນເມືອງ, ຜະລິດຕະພັນເຫຼົ້າສະອາດ (ລາວໃຕ້) ແລະ ຜະລິດຕະພັນໃສ້ກອກ ບາກໍາ. ເມືອງຊະນະສົມບູນ ມີ 1 ຫົວໜ່ວຍ ຄື: ສະຫະກອນຕໍ່າສິ້ນແພໃໝ ບ້ານສະຜ່າຍ. ເມືອງສຸຂຸມາ ມີ 1 ຫົວໜ່ວຍ 1 ຜະລິດຕະພັນ ຄື: ກຸ່ມຜະລິດປາສົ້ມ ບ້ານປ່າກ້ວຍ ແລະ ເມືອງບາຈຽງຈະເລີນສຸກ ມີ 1 ຫົວໜ່ວຍ 1 ຜະລິດຕະພັນ ຄື: ຜະລິດຕະພັນປຸງແຕ່ງຢາສະໝຸນໄພລາວໃຕ້ ກາພູເຂົາຂຽວ ບ້ານລົ່ມສັກເໜືອ.

ພິທີຈັດຂຶ້ນຢູ່ພະແນກດັ່ງກ່າວໂດຍການເປັນປະທານຂອງ ທ່ານ ປອ.ບຸນຍະເດດ ທອງສະຫວັນ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຄະນະກໍາມະການຊີ້ນໍາຄຸ້ມຄອງວຽກງານ ໂອດ໋ອບ ແຫ່ງຊາດ ຂັັ້ນແຂວງ. ມີການນໍານະຄອນປາກເຊ, ເມືອງບາຈຽງຈະເລີນສຸກ, ເມືອງສຸຂຸມາ, ເມືອງຊະນະສົມບູນ, ຄະນະກໍາມະການຄຸ້ມຄອງວຽກງານ ໂອດ໋ອບ ແຫ່ງຊາດ ຂັັ້ນແຂວງ, ຂັ້ນເມືອງ - ນະຄອນ, ຂະແໜງການ, ໜ່ວຍງານທີ່ກ່ຽວຂ້ອງ, ນັກທຸລະກິດ, ຜູ້ປະກອບການທີ່ໄດ້ຮັບປ້າຍກາໝາຍສິນຄ້າ ໂອດ໋ອບ ເຂົ້າຮ່ວມ.
ໃນພິທີ, ທ່ານ ຄໍາໝັ້ນ ໄຊຍະສິງ ຮັກສາການຫົວໜ້າຂະແໜງສົ່ງເສີມວິສາຫະກິດ ແລະ ການຄ້າໄດ້ລາຍງານການກະກຽມ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານສິນຄ້າ ໂອດ໋ອບ ໃນໄລຍະຜ່ານມາ
ໂດຍຍົກໃຫ້ເຫັນຂະບວນການຜະລິດເປັນສິນຄ້າ ເພື່ອໃຫ້ມີຜະລິດຕະພັນໃໝ່ເພີ່ມຂຶ້ນ ເຊິ່ງເປັນນະໂຍບາຍຂອງລັດຖະບານ ເພື່ອແກ້ໄຂບັນຫາຄວາມທຸກຍາກ ແລະສ້າງວຽກເຮັດງານທໍາ ໂດຍນຳໃຊ້ວຽກງານ ໂອດ໋ອບ ນີ້ເປັນສັນຍາລັກ ເພື່ອນໍາໄປສູ່ການຜະລິດແບບຍືນຍົງ ຢ່າງມີປະສິດທິພາບ, ມີມາດຕະຖານ – ຄຸນນະພາບ ແລະ ສາມາດເຂົ້າຫາຕະຫຼາດເປົ້າໝາຍໄດ້, ເພື່ອຈັດລຽງບຸລິມະສິດໃນການຊຸກຍູ້ສົ່ງເສີມ ແລະ ສາມາດກະຕຸ້ນກຸ່ມຜະລິດ, ຜູ້ປະກອບການ ພັດທະນາສິນຄ້າຂອງຕົນເອງ. ມາຮອດ ປະຈຸບັນ ແຂວງຈໍາປາສັກ ສາມາດສະເໜີຂໍຕິດກາໝາຍສິນຄ້າ ໂອດ໋ອບ ແຫ່ງຊາດ ໄດ້ທັງໝົດ 38 ຫົວໜ່ວຍ, ລວມມີ 121 ຜະລິດຕະພັນ, ແບ່ງເປັນ 5 ປະເພດ, ລວມມີ 1.897 ຄອບຄົວ. ມີແຮງງານ ທັງໝົດ 3.364 ຄົນ, ຍິງ 3.947 ຄົນ; ສະເພາະປີ 2023 ໄດ້ 6 ຫົວໜ່ວຍ ມີ 7 ຜະລິດຕະພັນ. ການຈັດຕັ້ງປະຕິບັດການຜະລິດ, ການຊື້ – ຂາຍ ສິນຄ້າ ໂອດ໋ອບ ໃນ 3 ເດືອນຕົ້ນປີ 2023 ໃນຈໍານວນ 38 ຫົວໜ່ວຍ, 121 ຜະລິດຕະພັນ ທົ່ວແຂວງ ສາມາດປະຕິບັດໄດ້ ລວມມູນຄ່າໃນການຜະລິດທັງໝົດ 34.298 ລ້ານກ່ວາກີບ, ສິນຄ້າຍົກມາ (ສິນຄ້າຄ້າງສາງ) ມີ 5.058 ລ້ານກ່ວາກີບ, ລວມມູນຄ່າການຈໍາໜ່າຍທັງໝົດ 39.357 ລ້ານກ່ວາກີບ ເຊິ່ງມີທັງມູນຄ່າຈໍາໜ່າຍພາຍໃນ ແລະ ຕ່າງປະເທດ. ພ້ອມທັງຜ່ານທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ.

ຈາກນັ້ນ ກໍໄດ້ມີການມອບໃບສັນຍາ ແລະ ມອບປ້າຍກາໝາຍສິນຄ້າ ໂອດ໋ອບ ແຫ່ງຊາດ ໃຫ້ແກ່ 6 ຫົວໜ່ວຍ, ໃຫ້ກຽດມອບໂດຍ ທ່ານ ປອ.ບຸນຍະເດດ ທອງສະຫວັນ ກຳມະການພັກແຂວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຄະນະກໍາມະການຊີ້ນໍາຄຸ້ມຄອງວຽກງານ ໂອດ໋ອບ ແຫ່ງຊາດ ຂັັ້ນແຂວງ. ຕອນທ້າຍພິທີ, ທ່ານ ປອ.ບຸນຍະເດດ ທອງສະຫວັນ ກໍ່ມີຄໍາເຫັນ ໂດຍເນັ້ນໜັກໃຫ້ທຸກພາກສ່ວນໃນສັງຄົມ ກໍ່ຄືຄະນະພັກ - ອົງການປົກຄອງແຕ່ລະຂັ້ນ ໂດຍສະເພາະແມ່ນຄະນະກໍາມະການຄຸ້ມຄອງວຽກງານສິນຄ້າ ໂອດ໋ອບຂັ່ງ້ນແຂວງ, ນະຄອນ ແລະ ຂັ້ນເມືອງ ຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານດັ່ງກ່າວ ຕາມພາລະບົດບາດ, ສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ຕາມການມອບໝາຍຂອງຂັ້ນເທິງ; ສ່ວນຜູ້ຜະລິດກໍ່ຄືຜູ້ປະກອບການ ກໍ່ຕ້ອງເອົາໃຈໃສ່ໃນການຮັກສາຄຸນນະພາບ, ມາດຕະຖານ, ເອກະລັກສະເພາະຂອງຜະລິດຕະພັນ ໃຫ້ຢູ່ໃນລະດັບທີ່ແນ່ນອນ; ສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງລູກຄ້າ, ຮັກສາສິ່ງທີ່ເປັນເອກະລັກທາງດ້ານວັດທະນະທໍາ,ທາງດ້ານການທ່ອງທ່ຽວ ທີ່ມີມູນເຊື້ອເປັນເອກະລັກອັນສະເພາະຢູ່ແລ້ວນັ້ນ ໃຫ້ມີຄວາມໂດດເດັ່ນກ່ວາເກົ່າ ເພື່ອໃຫ້ສາມາດຂໍນໍາໃຊ້ກາໝາຍສິນຄ້າ ໂອດ໋ອບ ແຫ່ງຊາດ ທັງສາມາດເປັນການເພີ່ມມູນຄ່າ ແລະ ສ້າງແຫຼ່ງລາຍຮັບໃຫ້ແກ່ຜູ້ຜະລິດ, ຜູ້ປະກອບກິດຈະການ ແລະ ປະຊາຊົນບັນດາເຜົ່າ ເພື່ອແກ້ໄຂຄວາມທຸກຍາກ ເຊີ່ງສອດຄ່ອງກັບແນວທາງນະໂນບາຍຂອງພັກ, ຖືກຕ້ອງຕາມແຜນພັດທະນາເສດຖະ ກິດ – ສັງຄົມ ແລະ ສອງວະລະແຫ່ງຊາດຂອງເມືອງ, ຂອງແຂວງ ກໍ່ຄືລັດຖະບານທີ່ໄດ້ກໍານົດໄວ້ ຕາມຄໍາຂັວນທີ່ວ່າ: ໃຫ້ປະຊາຊົນສາມາດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.