ກວດພົບຫຼາຍເປົ້າໝາຍ! ໃຊ້ເຮືອນຂອງໂຕເອງເປັນບ່ອນແລກປ່ຽນເງິນຕາ ແບບຊະຊາຍ

ທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ຮ່ວມກັບ ຕໍາຫຼວດເສດຖະກິດ ກວດພົບເຫັນຮ້ານແລກປ່ຽນເງິນຕາຈໍານວນໜຶ່ງທີ່ໄດ້ແຈ້ງໃຫ້ຢຸດຕິການອະນຸຍາດດຳເນີນທຸລະກິດໄປແລ້ວ ແຕ່ຍັງລັກລອບບໍລິການແລກປ່ຽນເງິນຕາຄືເກົ່າ ໂດຍນໍາໃຊ້ເຮືອນຂອງໂຕເອງ ເປັນບ່ອນແລກປ່ຽນເງິນຕາແບບຊະຊາຍ ເຊິ່ງເປັນການຜິດຕໍ່ລະບຽບກົດໝາຍ.

ທ່ານ ສຸລິສັກ ທຳນູວົງ, ຫົວໜ້າກົມນະໂຍບາຍເງິນຕາ, ທະນາຄານແຫ່ງ ສປປລາວ ໃຫ້ຮູ້ວ່າ: ພາຍຫຼັງ ທຫລ ອອກແຈ້ງການໃຫ້ຢຸດຕິການອະນຸຍາດດຳເນີນທຸລະກິດແລກປ່ຽນເງິນຕາຂອງຮ້ານແລກປ່ຽນເງິນຕາ ຕົວແທນຂອງທະນາຄານທຸລະກິດ ຈຳນວນ 113 ຮ້ານ. ໂດຍ ທຫລ ໄດ້ຮ່ວມກັບເຈົ້າໜ້າທີ່ຕຳຫຼວດເສດຖະກິດ ເຄື່ອນໄຫວຕິດຕາມກວດກາ ເຊິ່ງພົບ 60 ກ່ວາເປົ້າໝາຍແບບກັບທີ່, ໃນນີ້ ຢູ່ນະຄອນຫຼວງ ວຽງຈັນ 30 ຮ້ານ, ເຫຼືອນັ້ນແມ່ນຢູ່ທ້ອງຖິ່ນ.

ຜ່ານການກວດກາເຫັນວ່າ ຫຼາຍຮ້ານໄດ້ປິດຖາວອນ, ແຕ່ຈໍານວນໜຶ່ງໄດ້ຫັນປ່ຽນຈາກ ຮ້ານແລກປ່ຽນ ມາເປັນ ຜູ້ໃຫ້ບໍລິການໂອນເງິນ ແລະ ລັກລອບໃຫ້ບໍລິການແລກປ່ຽນເງິນຕາຢູ່ນໍາ ໂດຍນໍາໃຊ້ເຮືອນຕົນເອງເປັນບ່ອນໃຫ້ບໍລິການ ແລະ ບໍ່ມີໜ້າຮ້ານ.

ຕໍ່ບັນຫາທີ່ເກີດຂຶ້ນ, ເຈົ້າໜ້າທີ່ຕຳຫຼວດເສດຖະກິດ ແລະ ພະນັກງານຈາກ ທະນາຄານແຫ່ງ ສປປ ລາວ ໄດ້ສຶກສາອົບຮົມພວກກ່ຽວໃຫ້ຮັບຮູ້, ເຂົ້າໃຈຕໍ່ກັບລະບຽບກົດໝາຍ ແລະ ເຮັດບົດບັນທຶກກ່າວເຕືອນໃຫ້ຜູ້ລະເມີດຈົ່ງຢຸດເຊົາໂດຍທັນທີ, ກໍລະນີ ຫາກພົບເຫັນ ຍັງສືບຕໍ່ເຄື່ອນໄຫວທຸລະກິດແລກປ່ຽນເງິນຕາ ຈະຖືກດຳເນີນມາດຕະການຕ່າງໆ ທີ່ໜັກກວ່າເກົ່າຕາມທີ່ກຳນົດໄວ້ໃນລະບຽບກົດໝາຍກ່ຽວຂ້ອງ.

ທ່ານໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າເຈົ້າໜ້າທີ່ກ່ຽວຂ້ອງຈະສືບຕໍ່ກວດກາບັນດາຮ້າແລກປ່ຽນທີ່ໄດ້ສັ່ງໃຫ້ຢຸດກິດຈະການໄປແລ້ວທີ່ຍັງເຫຼືອໃຫ້ໝົດ, ຂະນະດຽວກັນ ຈະກວດກາຄືນບັນດາຜູ້ໃຫ້ບໍລິການໂອນເງິນ, ຖ້າພົບເຫັນວ່າມີການລັກລອບຈະໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ.

ປັດຈຸບັນ,ທຫລ ກໍາລັງຮ່ວມກັບທະນາຄານທຸລະກິດ ຄົ້ນຄ້ວາເພື່ອຂະຫຍາຍຕາໜ່າງການແລກປ່ຽນເງິນຕາໃຫ້ປະຊາຊົນເພື່ອໃຫ້ສາມາດເຂົ້າເຖິງການແລກປ່ຽນເງິນຕາໄດ້ຢ່າງສະດວກກວ່າເກົ່າ ແຕ່ການບໍລິການຕ້ອງມີລະບົບ ແລະ ສາມາຕິດຕາມກວດກາໄດ້.

error: Content is protected !!