
ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ຂອງກະຊວງສາທາລະນະສຸກ ໄດ້ອອກແຈ້ງການສະບັບເລກ 0817 ລົງວັນທີ 08 ພຶດສະພາ 2023 ໃຫ້ຮູ້ວ່າ: ເນື່ອງຈາກວ່າມີການລະບາດສາຍພັນໃໝ່ຂອງພະຍາດໂຄວິດ-19 ໂອເມຄອນ, Omicron XBB 1.5 ແລະ XBB 1.16 ເຊິ່ງມີລັກສະນະແຜ່ເຊື້ອໄວ, ຫຼົບຫຼີກພູມຄຸ້ມກັນໄດ້ດີ ແລະມີລາຍງານຈາກ 90 ກວ່າປະເທດໃນທົ່ວໂລກ.
ເພື່ອສະກັດກັ້ນ,ຄວບຄຸມ, ໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ແລະການກຽມຄວາມພ້ອມຮອບດ້ານໃນວຽກງານການຄຸ້ມຄອງກໍລະນີພະຍາດໂຄວິດ-19 ຂໍໃຫ້ທຸກພາກສ່ວນເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ແລະການກະກຽມຄວາມພ້ອມຮອບດ້ານໃນວຽກງານຄຸ້ມຄອງກໍລະນີພະຍາດດັ່ງກ່າວ.
