ເລຂາທິການສູນກາງພັກ ໃຫ້ທິດຊີ້ນໍາວຽກການເມືອງ-ແນວຄິດ ທົ່ວແຂວງໄຊສົມບູນ

ໃນໂອກາດເຂົ້າຮ່ວມກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວແຂວງໄຊສົມບູນ ຄັ້ງທີ I ແລະ ເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ໃນລະຫວ່າງວັນທີ 8-9 ພຶດສະພາ 2023 ນີ້, ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ໂດຍເນັ້ນໃຫ້ແຕ່ລະພາກສ່ວນ ຈົ່ງເອົາໃຈໃສ່ສືບຕໍ່ສຶກສາຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ທີ່ຢູ່ໃນ ຄວາມຮັບຜິດຊອບຂອງຕົນ ເປັນປົກກະຕິ; ສືບຕໍ່ຍົກສູງຄຸນນະພາບ ແລະ ປະສິດທິຜົນ ທາງດ້ານແນວຄິດທິດສະດີ, ເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ; ຄົ້ນຄວ້າ ແລະ ກຳແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານ ໄກສອນ ພົມວິຫານ, ຍົກສູງຄຸນນະພາບໃນການກໍ່ສ້າງທຸກຊັ້ນຄົນ ໃຫ້ມີສະຕິຕື່ນຕົວ; ຢຶດໝັ້ນອຸດົມການຂອງພັກ, ປັບປຸງວຽກງານໂຄສະນາອົບຮົມໃຫ້ມີຄຸນນະພາບ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ພ້ອມທັງນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ບັນລຸຜົນສໍາເລັດ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາ ແລະ ປະກອບຄໍາຄິດຄໍາເຫັນຕໍ່ກອງປະຊຸມ ເປັນຕົ້ນ ສະພາບແນວຄິດຂອງພະນັກງານ-ລັດ ຖະກອນ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ຕໍ່ການປະກອບສ່ວນພັດທະນາ ແຂວງໄຊສົມບູນ ແລະ ການພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ພາຍຫລັງທີ່ແຂວງໄດ້ຮັບການສ້າງຕັ້ງຂຶ້ນ, ການຈັດຕັ້ງປະຕິບັດວຽກງານສຶກສາອົບຮົມ ການເມືອງ-ແນວຄິດ ແນໃສ່ແກ້ໄຂແນວຄິດຄອງເດີມ, ການກໍ່ສ້າງພັກ-ພະນັກງານ, ການເຕົ້າໂຮມຄວາມສາມັກຄີ, ການປະຕິບັດບົດບາດຍິງ-ຊາຍ, ການໃຊ້ສິດປ່ອນບັດເລືອກຕັ້ງ, ການປະຕິບັດໜ້າທີ່ວຽກງານວິຊາສະເພາະ, ວຽກງານຄຸ້ມຄອງພົນລະເມືອງ, ການເຜີຍແຜ່ກົດໝາຍ ກ່ຽວກັບການສ້າງຄອບຄົວແບບຢ່າງ ປະຕິບັດກົດໝາຍ, ການຈັດຕັ້ງປະຕິບັດການຮຽນ-ການສອນ, ການປ້ອງກັນພະຍາດຕ່າງໆ ແລະ ການຜະລິດກະສິກຳເປັນສິນຄ້າ ເພື່ອຮັບປະກັນໃຫ້ບັນດາສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ຕະຫລອດຮອດຊາວໜຸ່ມ-ໄວໜຸ່ມ, ນ້ອງ ນັກຮຽນ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງໄຊສົມບູນ ໄດ້ຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ພ້ອມກັນຕັ້ງໜ້າປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊສົມບູນ ໃຫ້ມີຄວາມຈະເລີນຂຶ້ນເລື້ອຍໆ.

ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາ 2 ວັນ ໂດຍມີສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະ ຫາຍ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂ່າວ-ພາບ: ພາພອນ ນະວົງໄຊ

error: Content is protected !!