ຖົ່ວລຽນໝອນທອງ 1 ຕົ້ນ ສາມາດສ້າງລາຍຮັບໄດ້ 15 ລ້ານກີບຕໍ່ປີ

ທ່ານ ກິມຫງ້ຽນ ພົງສະຫວັດ ເຈົ້າຂອງບໍລິສັດ ກິມຫງ້ຽນ ພັດທະນາກະສິກຳ ຂາເຂົ້າ-ຂາອອກ ເຈົ້າຂອງສວນຖົ່ວລຽນ ບ້ານຫລັກ 24 ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ເປີດເຜີຍວ່າ: ບໍລິ ສັດ ໄດ້ທົດລອງນຳເອົາຕົ້ນຖົ່ວລຽນພັນໝອນທອງ ມາປູກໃນເນື້ອທີ 15 ເຮັກຕາຈຳນວນ 300 ຕົ້ນ ເຊິ່ງຕົ້ນຖົ່ວລຽນສາມາດມີອາຍຸໃຫ້ໝາກໄດ້ 4 ປີຂຶ້ນໄປ ໃຫ້ຜົນຜະລິດໄດ້ສະເລ່ຍ 200-300 ກິໂລຕໍ່ຕົ້ນຕໍ່ປີ ຄິດເປັນຈຳນວນເງິນປະມານ 15 ລ້ານກີບຂຶ້ນໄປ; ບາງຕົ້ນໃຫ້ໝາກມີນ້ຳໜັກເຖິງ 8 ກິໂລຕໍ່ໜ່ວຍ. ປີ ຜ່ານມາເກັບຜົົນຜະລິດໄດ້ທັງໝົດສະເລ່ຍ 40 ກວ່າໂຕນ, ປັດຈຸບັນໝາກຖົ່ວລຽນຍັງບໍ່ພຽງຕໍ່ຄວາມຕ້ອງ ການຂອງຕະຫລາດ. ດັ່ງນັ້ນ ບໍລິສັດ ກຳລັງຂະຫຍາຍເນື້ອທີ່ປູກຕື່ມອີກ 200 ກວ່າເຮັກຕາ ແລະ ໄດ້ນຳເອົາແນວພັນ ໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມດຳ ຈຳນວນ 30.000 ຕົ້ນມາປູກ ເພື່ອຕອບສະໜອງຕະຫລາດພາຍໃນ ແລະ ກຽມສົ່ງອອກຕະຫລາດຕ່າງປະເທດໃນປີ 2025 ເປັນຕົ້ນແມ່ນ ສປ ຈີນ.

ທ່ານ ກິມຫງ້ຽນ ໃຫ້ຮູ້ອີກວ່າ: ພື້ນທີ່ເມືອງປາກເຊ, ປາກຊ່ອງ ແຂວງຈຳປາສັກ, ສາລະວັນ ແລະ ແຂວງ ອັດຕະປື ແມ່ນເຂດທີ່ອຸດົມສົມບູນເໝາະສົມແກ່ການປູກຝັງ ເປັນຕົ້ນແມ່ນປູກຕົ້ນຖົ່ວລຽນ ເປັນພືດໃຫ້ຜົນຕອບແທນສູງ ແລະ ຍາວນານ ອາຍຸການຕົ້ນຖົ່ວລຽນສະເລ່ຍ 70-80 ປີ. ແນວໃດກໍຕາມ ດ້ວຍການຊີ້ນຳຂອງ ພັກ-ລັດ ເປັນຕົ້ນແມ່ນກະສິກຳເມືອງ ທີ່ໃຫ້ຄຳແນະນຳໃຫ້ການສົ່ງເສີມ ເຕັກນິກການປູກ,ການດູແລບົວລະບັັດຮັກສາ ໃຫ້ໄດ້ຮັບຜົນຜະລິດສູງ. ນອກນັ້ນ ບໍລິສັດ ຍັງໃຫ້ຄຳປຶກສາສົ່ງເສີມ ປະຊາຊົນທີ່ສົນໃຈຢາກປູກຕົ້ນໝາກຖົ່ວລຽນ ເຊັ່ນ: ພັນໝອນທອງ, ກ້ານຍາວ, ມູນຊັງຄິງ ແລະ ໜາມດຳ ທາງບໍລິສັດມີແນວພັນສະໜອງໃຫ້ ພ້ອມທັງໃຫ້ຄຳປຶກສາແລກປ່ຽນບົດຮຽນແກ່ຜູ້ທີ່ສົນໃຈ.

ຂ່າວ-ພາບ:ເກດສະໜາ

error: Content is protected !!