ອີງຕາມຂ່າວຈາກ ຫວຽດນາມ ວັນທີ 3 ພຶດສະພານີ້ , ຫວຽດນາມ ປະກາດແຫລ່ງທ່ອງທ່ຽວ ທ້າທາຍຄວາມສູງແຫ່ງໃໝ່ ເປັນຂົວພື້ນແກ້ວ ຢູ່ເຂດປ່າດົງດິບຊື່ວ່າ: ຂົວບັ໋ກລອງແປວ່າ “ມັງກອນຂາວ”, ຕັ້ງຢູ່ເມືອງ ໝົກໂຈວ ແຂວງເຊີນລາ ທາງຕາເວັນຕົກ ສ່ຽງເໜືອ ຂອງປະເທດສ້າງຂຶ້ນ ມີລັກສະນະຄົດຄ້ຽວ ອ້ອມຮອບໜ້າຜາ ຢ່າງຂ້າມລະຫວ່າງຍອດພູ 2 ໜ່ວຍ ມີຄວາມຍາວທັງໝົດ 632 ແມັດ, ເປັນສະຖິຕິຍາວທີ່ສຸດໃນໂລກ ຈາກສະຖິຕິຂົວແກ້ວ ໃນແຂວງ ກວາງຕຸ້ງ ຂອງ ຈີນ ມີຄວາມຍາວ 526 ແມັດ.
ຂົວແຫ່ງນີ້, ພື້ນຂົວ ແມ່ນເຮັດມາຈາກ ແກ້ວນິລະໄພ ທີ່ຜະລິດ ໃນປະເທດ ຝຣັ່ງ ມີຄວາມແຂງແຮງພຽງພໍ ທີ່ຈະຮອງຮັບ ນັກທ່ອງທ່ຽວ ໄດ້ເຖິງ 450 ຄົນ, ໃນເວລາດຽວກັນ ແລະ ເປັນຂົວແຫ່ງທີ 3 ຂອງ ຫວຽດນາມ.





