ຮອງນາຍົກລັດຖະມົນຕີ ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມກ່ຽວຂ້ອງ

ວັນທີ 9 ພຶດສະພາ 2023 ທີ່ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ (AMM), ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ(APSC)ຄັ້ງທີ 26 ແລະ ກອງປະຊຸມສະພາປະສານງານອາຊຽນ(ACC) ຄັ້ງທີ 33 ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”. ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງຂະບວນການສ້າງປະຊາຄົມອາຊຽນ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ແລະ ການປຶກສາຫາລືກະກຽມຮ່າງວິໄສທັດປະຊາຄົມອາຊຽນຫລັງປີ 2025 ແລະ ໄດ້ປຶກສາຫາລືການຮ່ວມມືພາຍນອກຂອງອາຊຽນ ລວມທັງການສະໝັກເຂົ້າເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC)ຂອງປະເທດຕ່າງໆ.

ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 26 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງຂະແໜງການທີ່ກ່ຽວຂ້ອງ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມຫມັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ 2025.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 33 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ“ຂໍ້ສະເໜີແນະກ່ຽວກັບການຮັດແໜ້ນຂີດຄວາມສາມາດ ແລະ ປະສິດທິພາບດ້ານສະຖາບັນຂອງອາຊຽນ” ແລະ ໄດ້ຮັບຮອງເອົາ ແຜນດຳເນີນງານ ສຳລັບການເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ. ພ້ອມນີ້, ກອງປະຊຸມໄດ້ປຶກສາຫາລືການກະກຽມດ້ານຕ່າງໆລວມທັງເອກະສານຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ຈະຈັດຂຶ້ນໃນວັນທີ 10-11 ພຶດສະພາ 2023 ທີ່ ລາບວນ ບາໂຈ, ປະເທດອິນໂດເນເຊຍ.

ຂ່າວ: ກະຊວງການຕ່າງປະເທດ

error: Content is protected !!