ຫຼວງນໍ້າທາພັດທະນາຊັບພະຍາກອນມະນຸດສ້າງໂຮງຮຽນອະນຸ ບານ, ປະຖົມ ແລະ ມັດທະຍົມ ເຊິນຈືເຕີ

ພິທີວາງສີລາລຶກການກໍ່ສ້າງ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ບ້ານນໍ້າແກ້ວຫຼວງ, ເມືອງສີງ ແຂວງຫຼວງນໍ້າທາ ໂດຍມີ ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆສີງ, ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນະພາບ ໄດ້ມາດຖານຕາມສັງຄົມຍຸກໃໝ່ ແລະ ມີຄວາມທັນສະໄໝ ມີທ່ານ ວົງມະນີ ເພື່ອປະຊາ, ຫົວໜ້າພະແນກແຜນການ ແລະ ການລົງທືນ ແຂວງຫຼວງນໍ້າທາ, ທ່ານ ຄໍາເຫຼັກ ເຊີນຈືເຕີ, ປະທານບໍລິສັດ ເຊີນຈືເຕີ ພັດທະນາ ແລະ ບໍລິການ ຈໍາກັດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການກໍ່ສ້າງໂຮງຮຽນອະນຸບານ, ປະຖົມ ແລະ ມັດທະຍົມລາວ-ຈີນ ເຊີນຈືເຕີ ເມືອງສິງ ເຊີ່ງມີຫຼັກສູດການຮຽນການສອນ 3 ພາສາ ຄື: ພາສາລາວ, ພາສາຈີນ ແລະ ພາສາອັງ ກິດ, ມີເນື້ອທີ່ທັງໝົດ 3 ເຮັກຕາກ່ວາ, ການກໍ່ສ້າງໂຮງຮຽນແມ່ນແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ 1 ແມ່ນກໍ່ສ້າງໂຮງຮຽນລ້ຽງເດັກ-ອານຸບານ 1 ຫຼັງ 6 ຫ້ອງ, ໂຮງຮຽນປະ ຖົມ 10 ຫ້ອງ, ຫໍພັກຄູອາຈານ 6 ຫ້ອງ, ໂຮງອາຫານ 1 ຫຼັງ, ສະຖານທີ່ຫຼີ້ນຂອງເດັກ 1 ຫຼັງ, ເດີ່ນບານເຕະຟຸດຊໍ 1 ເດີ່ນ, ເດີ່ນບານບ້ວງ 2 ເດີ່ນ.

ສ່ວນໄລຍະທີ 2 ຈະກໍ່ສ້າງເພີ່ມຕື່ມໂຮງຮຽນລ້ຽງເດັກ -ອະນຸບານ 4 ຫ້ອງ, ໂຮງ ຮຽນປະຖົມ 5 ຫ້ອງ,ໂຮງຮຽນມັດທະຍົມ 10 ຫ້ອງ, ຫ້ອງພີມຄອມພີວເຕີ 6 ຫ້ອງ, ຫໍສະໝຸດ 1 ຫ້ອງ, ຫໍພັກຄູອາຈານ 10 ຫ້ອງ, ຫ້ອງພັກນັກ ຮຽນ 10 ຫ້ອງ, ໂຮງອາຫານ 1 ຫຼັງ, ສະຖານທີ່ຫຼີ້ນຂອງເດັກ 1 ຫຼັງ, ໄລຍະການກໍ່ສ້າງແມ່ນ 16 ເດືອນໃຫ້ສໍາເລັດ, ຄາດວ່າຈະເປີດໃຊ້ບໍລິການໃນເດືອນກັນຍາ 2024.

error: Content is protected !!