
ວັນທີ 5 ພຶດສະພາ 2023 ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງການກ່ຽວກັບເຫດການຍິງກັນໃນຄັ້ງວັນທີ 29 ເມສາ 2023 ຕໍ່ສື່ມວນຊົນ ປກສ ວ່າ: ໃນເວລາ 23 ໂມງ ຂອງວັນທີ 29 ເມສາ 2023 ໄດ້ຮັບແຈ້ງຄວາມຈາກອົງການປົກຄອງບ້ານ, ທາງເຈົ້າໜ້າທີ່ວິຊາສະເພາະສືບສວນ-ສອບສວນ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ລົງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອລົງກວດກາສະຖານທີ່ເກີດເຫດດັ່ງກ່າວ.

ຜ່ານການສືບສວນ-ສອບສວນ, ເກັບກຳຂໍ້ມູນຂອງເຈົ້າໜາທີ່ຢູ່ສະຖານທີ່ເກີດເຫດ ຈຶ່ງຮູ້ໄດ້ວ່າ ມີເຫດການຍິງກັນແທ້ ແລະ ມີຜູ້ບາດເຈັບ 1 ຄົນຊື່ທ້າວ ອານຸຊາ ຫຼວງສຸພົມ ຫຼື ແຈັກ ອາຍຸ 24 ປີ ເຊື້ອຊາດ-ສັນຊາດ ລາວ, ແລ້ວໄດ້ ນຳສົ່ງຜູ້ທີ່ໄດ້ຮັບບາດເຈັບໄປປິ່ນປົວຢູ່ໂຮງໝໍ.

ຕໍ່ກັບເຫດການດັ່ງກ່າວ ເຈົ້າໜ້າທີ່ສັນນິຖານເບື້ອງຕົ້ນ ອາດເປັນຂໍ້ຄັດແຍ່ງດ້ານທຸລະກິດ ຫຼື ຂໍ້ຂັດແຍ່ງບັນຫາຊູ້ສາວ. ມາຮອດປັດຈຸບັນທາງເຈົ້າໜ້າທີ່ ໄດ້ສຶບຕໍ່ດຳເນີນສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນຫຼັກຖານຕາມຂັ້ນຕອນຂອງກົດໝາຍ.
ສ່ວນຜູ້ທີ່ໄດ້ຮັບບາດເຈັບແມ່ນຍັງສືບຕໍ່ປີ່ນປົວຢູ່ໂຮງໝໍ ເຊິ່ງບໍ່ທັນສາມາດໃຫ້ການຕໍ່ເຈົ້າໜ້າທີ່ໄດ້; ຈາກເຫດການທີ່ກ່າວມາຂ້າງເທິງນັ້ນ ຂໍໃຫ້ສັງຄົມພິຈາລະນາ, ຮັບຟັງຂ່າວສານຢ່າງມີເຫດຜົນ.