ປະທານປະເທດ ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ.

ໂດຍຕອບສະໜອງຕາມຄໍາເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຄະນະຜູ້ແທນຂັ້ນສູງເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ ແລະ ສືບຕໍ່ເຂົ້າຮ່ວມພິທີເປີດກິລາຊີເກມ ຄັ້ງທີ 32 ໃນວັນທີ 4-5 ພຶດສະພາ 2023 ທີ່ນະຄອນຫລວງພະນົມເປັນ, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານລະຫວ່າງ ລາວ ແລະ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ໃນຕອນເຊົ້າວັນທີ 4 ພຶດສະພາ 2023 ນີ້ ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ໄດ້ມີພິທີສົ່ງຄະນະຜູ້ແທນດັ່ງກ່າວ, ໂດຍມີ ທ່ານ ເພັດສະໝອນ ພັນທະວົງ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຜູ້ຕາງໜ້າເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

But by the end of, it became clear that increasing pressure from creditors would not allow the company to emerge from bankruptcy. Warhammer 40k 8th Ed datacards: Chaos Space Marines Created by icn Contained in this workshop are the Warhammer 40, 8th Edition datacards that contain the keyword Heretic Astartes. Chandler Jones seems like an overlooked star he's recorded the most sacks 41 since.
error: Content is protected !!