ມຽນມາ ເປີດເຜີຍ ການຄ້າທາງທະເລ ຈະເລີນເຕີບໂຕ 12,19%

ສຳນັກຂ່າວ ຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ກະຊວງ ການຄ້າ ຂອງ ມຽນມາ ລາຍງານ ວ່າ: ການຄ້າ ທາງທະເລ ຂອງ ມຽນມາ ຫລາຍກວ່າ  2,53 ໝື່ນລ້ານ ໂດລາ ສະຫະລັດ ໃນສົກປີ ງົບປະມານ 2022-2023, ເພີ່ມຂຶ້ນ 12,19% ເມື່ອທຽບໃສ່ປີຕໍ່ປີ. ໂດຍການສົ່ງອອກ ທາງທະເລ ຂອງ ມຽນມາ ຫລາຍກວ່າ 1,04 ໝື່ນລ້ານ ໂດລາສະຫລັດ.  ໃນຂະນະທີ່ ການນໍາເຂົ້າ ທາງທະເລກວ່າ 1,48 ໝື່ນລ້ານ ໂດລາ ສະຫະລັດ  ໃນສົກປີງົບປະມານ ເບື້ອງຕົ້ນ. (1ເມສາ 2022-31 ມີນາ 2023).

ນອກນັ້ນ, ກະຊວງ ດັ່ງກ່າວ ຍັງລະບຸວ່າ ການຄ້າ ລະຫວ່າງ ປະເທດ ຂອງມຽນມາ ໂດຍລວມ ເພີ່ມຂຶ້ນສູງກວ່າ 3,39 ໝື່ນລ້ານໂດລາ ສະຫະລັດ, ຊຶ່ງນັບລວມ ມູນຄ່າ ການຄ້າ ທາງຊາຍແດນ ຫລາຍກວ່າ 8,57 ຕື້ໂດລາ ສະຫະລັດ. ການຄ້າຂອງ ມຽນມາ ກັບ ຕ່າງປະເທດ ສ່ວນໃຫຍ່ ດຳເນີນ ຜ່ານເສັ້ນທາງ ທະເລ ໂດຍສະເພາະ ບັນດາ ປະເທດ ເພື່ອນບ້ານ ເຊັ່ນ: ຈີນ, ໄທ,​ ບັງກລາເທດ ແລະ ອິນເດຍ. ສ່ວນສິນຄ້າ ທີ່ສົ່ງອອກໄດ້ແກ່: ສິນຄ້າກະສິກຳ, ຜະລິດຕະພັນ ຈາກສັດ, ການປະມົງ, ແຮ່ທາດ ແລະອື່ນໆ. ສ່ວນ ສິນຄ້າ ທີ່ນຳເຂົ້າແມ່ນ ຊັບສິນ ປະເພດທຶນ, ສິນຄ້າທົ່ວໄປ ແລະ ສິນຄ້າອຸປະໂພກ ບໍລິໂພກ

error: Content is protected !!