ກອງປະກວດ Miss Shining Star Laos ເປັນກອງປະກວດທຳອີດທີ່ສ້າງໂດຍຄົນລາວ ແລະ ເປັນຂອງປະເທດລາວເຮົາ ເຊິ່ງໄດ້ມີການຖະແຫຼ່ງຂ່າວເປີດກອງປະກວດໃນວັນທີ 29 ເມສາ 2023 ທີ່ຜ່ານມາຢ່າງເປັນທາງການ.

ໃຫ້ກຽດເປີດພິທີໂດຍ ທ່ານ ນາງຄຳໃສ ສີຫາວົງ ປະທານໂຄງການ Miss Shinning Star Laos, ທ່ານ ຄຳຊູ ຢ່າງ ຮອງຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ JDB Bank ແລະ ທ່ານ ພັດທະນົງ ລາສີ ຮອງຫົວໜ້າກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຕິວັດລາວ ພ້ອມດ້ວຍຄະນະເຂົ້າຮ່ວມ.

ທ່ານ ນາງຄຳໃສ ສີຫາວົງ ປະທານໂຄງການ ຍັງໄດ້ໃຫ້ຮູ້ອີກວ່າ: ກອງປະກວດດັ່ງກ່າວ ຈະເປັນໂຄງການທຳອິດທີ່ເປີດໂອກາດໃຫ້ນ້ອງໆ ນັກສຶກສາທີ່ຢູ່ໃນຮົ້ວການສຶກສາແທ້ໆ ແລະ ມີຈຸດປະສົງຫຼັກເພື່ອເຟັ້ນຫາ ໄວໜຸ່ມລາວເຮົາ ທີ່ມີຄວາມຮູ້ ຄວາມສາມາດ ມີຈິດອາສາ ທີ່ຈະຊ່ວຍເຫຼືອສັງຄົມໄປກັບກອງປະກວດ.
